ທ່ານ ທຣໍາ ກ່າວ ເຈລະຈາກັບທ່ານ ປູຕິນ ຫວັງເລັ່ງເປີດໂຕະຢຸດສົງຄາມຢູເຄຣນ ພ້ອມໃຊ້ທຸກມາດຕະການກົດດັນຣັດເຊຍ

ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ໃຫ້ສໍາພາດຕໍ່ New York Post ເວລາເດີນທາງດ້ວຍເຮືອບິນ Air Force One ໃນວັນທີ 7 ກຸມພາຜ່ານມາວ່າ: ທ່ານໄດ້ຫາລືກັບທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ກ່ຽວກັບແນວທາງການຢຸດສົງຄາມຢູເຄຣນທີ່ຍືດເຍື້ອມາເກືອບ 3 ປີ ໂດຍທ່ານ ທຣໍາ ລະບຸວ່າ: “ເລັ່ງໃຫ້ມີການເຈລະຈາ ແລະ ຫວັງວ່າມັນຈະຈົບໄວໆນີ້, ທຸກວັນມີຄົນເສຍຊີວິດ ສົງຄາມຢູ່ຢູເຄຣນມັນໂຫດຮ້າຍ ຂ້າພະເຈົ້າຢາກໃຫ້ມັນຈົບລົງ” ພ້ອມເນັ້ນວ່າ: ທ່ານມີແຜນຈະຢຸດສົງຄາມນີ້ໂດຍໄວທີ່ສຸດ, ແຕ່ປະຕິເສດຈະເປີດເຜີຍລາຍລະອຽດກ່ຽວກັບແຜນດັ່ງກ່າວ.
ທ່ານ ໄມເຄິລ ວໍ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງທ່ານ ທຣໍາ ປະຕິເສດຈະຢືນຢັນວ່າມີການເຈລະຈາລະຫວ່າງທ່ານ ທຣໍາ ກັບທ່ານ ປູຕິນ ແທ້ ຫລື ບໍ່, ແຕ່ກ່າວວ່າ: “ປັດຈຸບັນມີການສົນທະນາທາງການທູດທີ່ລະອຽດອ່ອນເກີດຂຶ້ນຫລາຍ” ໂດຍທ່ານ ວໍ ກ່າວວ່າ: ຜູ້ນໍາຈາກຫລາຍປະເທດ ລວມທັງທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ບັນດາຜູ້ນໍາໃນຕາເວັນອອກກາງ ຕ່າງພ້ອມໃຫ້ການຮ່ວມມືໃນການຊ່ວຍຫາທາງອອກໃຫ້ສົງຄາມຢູເຄຣນ ເຊິ່ງທ່ານ ວໍ ເນັ້ນວ່າ: ທ່ານ ທຣໍາ ພ້ອມຈະໃຊ້ທຸກມາດຕະການ ບໍ່ວ່າຈະເປັນການຂວໍ້າບາດ, ການໃຊ້ພາສີນໍາເຂົ້າ ຫລື ແຮງກົດດັນທາງເສດຖະກິດຕໍ່ຣັດເຊຍ ເພື່ອໃຫ້ເກີດການເຈລະຈາໂດຍໄວທີ່ສຸດ.
ນອກຈາກນີ້, ທ່ານ ວໍ ຍັງກ່າວອີກວ່າ: ທ່ານ ທຣໍາ ມີຈຸດຢືນທີ່ຊັດເຈນວ່າເອີຣົບຕ້ອງມີບົດບາດຫລັກໃນການຮັບຜິດຊອບຄວາມໝັ້ນຄົງຂອງຢູເຄຣນໃນໄລຍະຍາວ ໂດຍທ່ານ ທຣໍາ ຈະເປັນຜູ້ຢຸດສົງຄາມ, ແຕ່ພາລະດ້ານຄວາມໝັ້ນຄົງຕໍ່ຈາກນັ້ນຕ້ອງເປັນຂອງເອີຣົບ.
ເຖິງຢ່າງໃດກໍຕາມ, ທໍານຽບເກຣມລິນຍັງບໍ່ມີການເຄື່ອນໄຫວໃດໆຕໍ່ລາຍງານດັ່ງກ່າວ ໂດຍທ່ານ ດາມິທຣີ ເປສຄອບ ໂຄສົກເກຣມລິນ ກ່າວຕໍ່ສໍານັກຂ່າວ TASS ວ່າ: “ປັດຈຸບັນມີການສື່ສານເກີດຂຶ້ນຫລາຍຢູ່ວໍຊິງຕັນ ແລະ ຂ້າພະເຈົ້າອາດບໍ່ໄດ້ຮັບຂໍ້ມູນທັງໝົດ. ດັ່ງນັ້ນ ຂ້າພະເຈົ້າບໍ່ສາມາດຢືນຢັນ ຫລື ປະຕິເສດລາຍງານນີ້ໄດ້”, ແຕ່ທ່ານ ເລໂອນິດ ສາລຸດສກີ ປະທານຄະນະກໍາມາທິການດ້ານກິດຈະການລະຫວ່າງປະເທດຂອງຣັດເຊຍ ລະບຸວ່າ: “ປັດຈຸບັນຂະບວນການກະກຽມເພື່ອເປີດໂຕະເຈລະຈາກັບອາເມລິກາກໍາລັງດໍາເນີນໄປຢ່າງຈິງຈັງ”.
ອ້າງອີງ: