ລ້ຽງລູກໃຫ້ໄອຄິວດີ – ມີຄວາມສຸກ
December 1, 2017 - 11:26 AM

ນອກຈາກຄວາມປາຖະໜາໃຫ້ລູກເປັນຄົນດີ ແລະ ມີຊີວິດທີ່ມີຄວາມສຸກແລ້ວ, ພໍ່ແມ່ຫລາຍຄົນກໍຍັງຢາກໃຫ້ລູກມີໄອຄິວດີ (ຄວາມສະຫລາດທາງປັນຍາ) ແລະ ມີສະຕິປັນຍາດີເພື່ອທາງເລືອກໃນອະນາຄົດ ແລະ ການເຮັດວຽກດີໆທີ່ຈະໄດ້ມີຊີວິດທີ່ສຸກສະບາຍນຳ ເຊິ່ງຜູ້ຊ່ຽວຊານດ້ານສຸຂະພາບຈິດຈາກຫລາຍສະຖາບັນໃນຫລາຍໆປະເທດ ກໍໄດ້ແນະນຳເຖິງປັດໄຈສຳຄັນທີ່ຈະຊ່ວຍໃຫ້ເດັກນ້ອຍມີຄວາມສະຫລາດທາງສະຕິປັນຍາ ຫລື ໄອຄິວຢູ່ໃນລະດັບດີ ໂດຍການລ້ຽງດູທີ່ເໝາະສົມຈາກຄອບຄົວດັ່ງນີ້ :
- ຄວາມຮັກຄວາມອົບອຸ່ນໃນຄອບຄົວ, ການສະແດງອອກຂອງຄວາມຮັກຈາກພໍ່ແມ່ເຮັດໃຫ້ເດັກນ້ອຍຫລັ່ງສານ Nerve growth factor ຊ່ວຍກະຕຸ້ນການຈະເລີນເຕີບໃຫຍ່ຂອງສະໝອງໄດ້.
- ໃຫ້ເດັກນ້ອຍໄດ້ກິນອາຫານທີ່ດີ, ໄດ້ຮັບສານອາຫານທີ່ຄົບຖ້ວນ. ສິ່ງສຳຄັນແມ່ນໄອໂອດີນ.
- ໃຫ້ເດັກນ້ອຍໄດ້ມີປະຕິສຳພັນກັບທຳມະຊາດ ແລະ ສິ່ງແວດລ້ອມ, ໃຊ້ຊີວິດຮຽນຮູ້ທຳມະຊາດຢ່າງມີຄວາມສຸກ.
- ປ່ອຍໃຫ້ເດັກນ້ອຍໄດ້ຫລິ້ນຢ່າງອິດສະຫລະ ເຮັດໃຫ້ເດັກນ້ອຍມີຄວາມຄິດສ້າງສັນ, ເກີດການຮຽນຮູ້ທີ່ີມີຄວາມສຸກ, ຮູ້ຈັກ ແກ້ໄຂປັນຫາໄດ້.
- ສົ່ງເສີມການອ່ານໃຫ້ກັບເດັກນ້ອຍ ເພາະການອ່ານຊ່ວຍສ້າງຈິນຕະນາການ ເຮັດໃຫ້ສະໝອງໄດ້ຮັບການພັດທະນາການ ດ້ານການໃຊ້ພາສາ ແລະ ການສື່ສານ ລວມໄປເຖິງການເວົ້າ, ການຟັງ, ການຂຽນ ແລະ ມີທັກສະຊີວິດທີ່ຄົບຖ້ວນທຸກດ້ານ.
- ຟັງເພງ, ຫລິ້ນດົນຕີ ຫລື ຟ້ອນຕາມຈັງຫວະການໄດ້ຝຶກ ແອບໄຈ້ແຍກສຽງຕ່າງໆ ທັງຈາກສຽງຮ້ອງ ແລະ ເຄື່ອງດົນຕີ ຈະສົ່ງເສີມ ແລະ ກ່ອມຈິດໃຈໃຫ້ຮູ້ຈັກຟັງຜູ້ອື່ນຫລາຍຂຶ້ນ, ມີບຸກຄະລິກກະພາບທີ່ດີ ແລະ ມີສະມາທິດີຂຶ້ນນຳ.
- ສົ່ງເສີມໃຫ້ເດັກນ້ອຍໄດ້ອອກກຳລັງກາຍ, ຫລິ້ນກິລາທີ່ມັກ ຊ່ວຍກະຕຸ້ນການຮຽນຮູ້, ກະຕຸ້ນການຈະເລີນເຕີບໃຫຍ່ຂອງສະໝອງເດັກນ້ອຍ ເຮັດໃຫ້ເກີດມີຄວາມເຊື່ອໝັ້ນໃນຕົນເອງ.
ຫລັກການລ້ຽງເດັກນ້ອຍເພື່ອພັດທະນາໄອຄິວ ຫລື ຄວາມສະຫລາດທາງສະຕິປັນຍາທັງ 7 ຂ້ໍທີ່ກ່າວມາຂ້າງເທິງນັ້ນ ຫາກປະຕິບັດໄດ້ ທ່ານຈະໄດ້ເດັກນ້ອຍທີ່ມີທັງຄວາມສາມາດທາງສະຕິປັນຍາ ພ້ອມກັບເດັກນ້ອຍທີ່ອາລົມດີ ມີຄວາມສຸກໃນຄົນດຽວກັນ.