ເດືອນສິງຫາ -ທັນວາ 2024 ຈັບແກ້ງ Call Center ຢູ່ 6 ປະເທດລຸ່ມມແມ່ນໍ້າຂອງ ໄດ້ 70,000 ກວ່າຄົນ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວັນທີ 7 ກຸມພາ 2024 ຜ່ານມານີ້ວ່າ: ການຫລອກລວງທາງໂທລະຄົມຂ້າມຊາດ ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ນັບມື້ນັບຮ້າຍແຮງຂຶ້ນ ເຊິ່ງເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ກໍຄືສະຖຽນລະພາບຂອງສັງຄົມບັນດາປະເທດໃນພາກພື້ນນີ້. ເມື່ອຜະເຊີນໜ້າກັບບັນຫາທີ່ສັບສົນດັ່ງກ່າວ, ຈີນ ແລະ ບັນດາປະເທດໃນພາກພື້ນ ໄດ້ເພີ່ມທະວີການຮ່ວມມື, ປະຕິບັດມາດຕະການຢ່າງເດັດດ່ຽວ ເພື່ອຮ່ວມກັນປາບປາມການຫລອກລວງທາງໂທລະຄົມຂ້າມຊາດ.
ໃນລະຫວ່າງເດືອນສິງຫາ ຫາ ເດືອນທັນວາ ປີ 2024, ສູນຮ່ວມມືການປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ປະສານສົມທົບກັບອົງການປະຕິບັດກົດໝາຍຂອງ 6 ປະເທດ ຄື: ຈີນ, ລາວ, ໄທ, ມຽນມາ, ກຳປູເຈຍ ແລະ ຫວຽດນາມ ເພື່ອຈັດຕັ້ງປະຕິບັດກົດໝາຍຮ່ວມກັນພາຍໃຕ້ລະຫັດ “ນົກນາງນວນ” ແລະ ສາມາດມ້າງຄະດີປະເພດຕ່າງໆໄດ້ 160 ກວ່າຄະດີ, ຈັບກຸມຜູ້ຕ້ອງຫາໄດ້ຫລາຍກວ່າ 70,000 ຄົນ ແລະ ຊ່ວຍເຫລືອຜູ້ປະສົບເຄາະຮ້າຍ 160 ກວ່າຄົນ.
ການປາບປາມການຫລອກລວງທາງໂທລະຄົມ ຕ້ອງປະຕິບັດຮ່ວມກັນຢ່າງເດັດຂາດຕໍ່ເນື່ອງ ແລະ ຍາວນານ. ສູນຮ່ວມມືການປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ວາງແຜນຈະເລີ່ມການປະຕິບັດກົດໝາຍຮ່ວມ ພາຍໃຕ້ລະຫັດ “ນົກນາງນວນ” ເປັນຄັ້ງທີສອງ ໃນເວລາທີ່ເໝາະສົມ ໂດຍສືບຕໍ່ສຸມກຳລັງເຂົ້າໃນການແກ້ໄຂບັນຫາການຫລອກລວງທາງໂທລະຄົມ ແລະ ອາຊະຍະກຳອື່ນໆທີ່ກ່ຽວຂ້ອງ. ນອກນີ້, ບັນດາປະເທດພາຍໃນພາກພື້ນກຳລັງພິຈາລະນາສ້າງກົນໄກໄລຍະຍາວເພື່ອປາບປາມການຫລອກລວງທາງໂທລະຄົມ ເຊິ່ງລວມທັງການຈັດການເຄື່ອນໄຫວຮ່ວມກັນເປັນປະຈຳ, ເຕັກໂນໂລຊີຕໍ່ຕ້ານການຫລອກລວງ ແລະ ລະບົບຂ່າວລັບທີ່ເປັນມືອາຊີບ ແລະ ການມີສ່ວນຮ່ວມຂອງຂົງເຂດທະນາຄານ ແລະ ໂທລະຄົມ.