ຮາມັດເລື່ອນປ່ອຍຕົວປະກັນ ສົ່ງຜົນເຮັດໃຫ້ກາຊາເຄັ່ງຕຶງອີກ

ສະຖານະການຢູ່ເຂດກາຊາກັບມາເຄັ່ງຕຶງອີກ ພາຍຫລັງກຸ່ມຮາມັດປະກາດເລື່ອນການປ່ອຍຕົວປະກັນອິດສະລາແອນເຊິ່ງກໍານົດໄວ້ໃນວັນທີ 15 ກຸມພານີ້ ໂດຍກ່າວຫາວ່າອິດສະລາແອນລະເມີດຂໍ້ຕົກລົງຢຸດຍິງ.
ທ່ານ ອາບູ ໂອເບດາ ໂຄສົກກອງກໍາລັງຕິດອາວຸດກັສຊາມ ບຣິເກດສ໌ ຂອງຮາມັດ ຖະແຫລງວ່າ: “ການປ່ອຍຕົວປະກັນຈະຖືກເລື່ອນອອກໄປຈົນກວ່າຝ່າຍຢຶດຄອງ (ອິດສະລາແອນ) ຈະປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງ ແລະ ຊົດເຊີຍການລະເມີດທີ່ເກີດຂຶ້ນໃນຫລາຍອາທິດຜ່ານມາ” ພ້ອມລະບຸວ່າ: ອິດສະລາແອນລະເມີດຂໍ້ຕົກລົງໃນຫລາຍບັນຫາ ທັງຂັດຂວາງການເດີນທາງກັບຂອງປະຊາຊົນຊາວປາແລັສຕິນໄປກາຊາຕອນເໜືອ ລວມທັງອິດສະລາແອນຍັງໂຈມຕີ ແລະ ຍິງປືນໃສ່ປະຊາຊົນໃນພື້ນທີ່ ແລະ ຍັງຈໍາກັດການນໍາເຂົ້າການຊ່ວຍເຫລືອດ້ານມະນຸດສະທໍາ ລວມທັງອາຫານ, ຢາ ແລະ ທີ່ພັກອາໄສ.
ເຖິງຢ່າງໃດກໍຕາມ, ຮາມັດຍັງລະບຸວ່າ: ການປະກາດຄັ້ງນີ້ເປັນພຽງ “ຄໍາເຕືອນ” ແລະ ເປີດໂອກາດໃຫ້ການປ່ອຍຕົວປະກັນເກີດຂຶ້ນໄດ້ຕາມແຜນເກົ່າ ຖ້າອິດສະລາແອນປະຕິບັດຕາມຂໍ້ຕົກລົງຢ່າງຄົບຖ້ວນ.
ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີຂອງອິດສະລາແອນ ອອກມາປະກາດວ່າ: “ໃຜກໍຕາມທີ່ທໍາຮ້າຍຕົວປະກັນອິດສະລາແອນຈະຕ້ອງຊົດໃຊ້”. ພ້ອມເນັ້ນວ່າ: ອິດສະລາແອນຈະບໍ່ຍອມໃຫ້ຮາມັດໃຊ້ຂໍ້ຕົກລົງເປັນເລື່ອງມືກົດດັນຝ່າຍຕົນ.
ຂະນະທີ່ກອງທັບອິດສະລາແອນ (IDF) ປະກາດຍົກລະດັບຄວາມພ້ອມທາງທະຫານໃນພື້ນທີ່ຕອນໃຕ້, ຢຸດການໃຫ້ທະຫານແນວໜ້າລາພັກ ແລະ ສົ່ງກໍາລັງເສີມເຂົ້າສູ່ແນວປ້ອງກັນ ເພື່ອກຽມພ້ອມຮັບມືຕໍ່ທຸກສະຖານະການທີ່ອາດເກີດຂຶ້ນ.
ສ່ວນທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ອອກມາສະແດງທ່າທີຕໍ່ສະຖານະການນີ້ວ່າ: “ຖ້າຕົວປະກັນທັງໝົດບໍ່ໄດ້ຮັບການປ່ອຍຕົວພາຍໃນວັນທີ 15 ກຸມພານີ້ ເວລາ 12:00 ໂມງ, ອິດສະລາແອນຄວນຍົກເລີກຂໍ້ຕົກລົງຢຸດຍິງ ແລະ ປ່ອຍໃຫ້ທຸກຢ່າງເປັນໄປຕາມທີ່ຄວນຈະເປັນ”.
ການເລື່ອນປ່ອຍຕົວປະກັນຂອງຮາມັດຄັ້ງນີ້ຖືເປັນຄວາມທ້າທາຍຄັ້ງໃຫຍ່ຕໍ່ຂໍ້ຕົກລົງຢຸດຍິງທີ່ມີຂຶ້ນໃນວັນທີ 19 ມັງກອນ ເຊິ່ງມີເງື່ອນໄຂໃຫ້ຮາມັດປ່ອຍຕົວປະກັນອິດສະລາແອນເປັນໄລຍະ ໂດຍແລກກັບການປ່ອຍຕົວນັກໂທດຊາວປາແລັສຕິນ ແລະ ເພີ່ມການຊ່ວຍເຫລືອດ້ານມະນຸດສະທໍາ.
ຈົນຮອດຕອນນີ້ ຮາມັດປ່ອຍຕົວປະກັນອິດສະລາແອນແລ້ວ 16 ຄົນຈາກທັງໝົດ 33 ຄົນທີ່ຕົກລົງກັນໄວ້ໃນໄລຍະນີ້ ໂດຍລັດຖະບານອິດສະລາແອນລະບຸວ່າ: 8 ຄົນໃນກຸ່ມນີ້ເສຍຊີວິດແລ້ວ. ຂະນະທີ່ຮາມັດ ແລະ ພັນທະມິດຍັງຄວບຄຸມຕົວປະກັນອີກ 73 ຄົນຈາກ 251 ຄົນທີ່ຖືກຈັບໄປໃນວັນທີ 7 ຕຸລາ 2023. ນອກຈາກນີ້ຍັງມີຕົວປະກັນຊາວອິດສະລາແອນອີກ 3 ຄົນທີ່ຖືກຄວບຄຸມຕົວຢູ່ກາຊານັບແຕ່ປີ 2014.
ອ້າງອີງ: