ລັດຖະບານມຽນມາຫ້າມສົ່ງນໍ້າມັນໄປເມຍວະດີ ຂະນະທີ່ລາຄານໍ້າມັນເພີ່ມຂຶ້ນລິດລະ 20,000 ຈາດ

Radio Free Asia (RFA) ລາຍງານວ່າ: ລັດຖະບານມຽນມາໄດ້ດໍາເນີນການຢັບຢັ້ງການສົ່ງນໍ້າມັນເຊື້ອໄຟຈາກທ່າເຮືອທາງຕອນກາງຂອງມຽນມາໄປເມືອງເມຍວະດີ ຫລັງຈາກລັດຖະບານໄທດໍາເນີນການຕັດໄຟຟ້າ ແລະ ອິນເຕີເນັດ, ພ້ອມຫ້າມການສົ່ງອອກນໍ້າມັນໃນວັນທີ 5 ກຸມພາຜ່ານມາ ເຊິ່ງສົ່ງຜົນເຮັດໃຫ້ຫລາຍພື້ນທີ່ຂອງເມຍວະດີ ລວມທັງເມືອງຊາເວໂກ໊ກໂກ່ ແລະ ອີກຫລາຍຈຸດທີ່ຖືກຕິດຕາມວ່າເປັນທີ່ຕັ້ງຂອງຂະບວນການຄ້າມະນຸດ ແລະ ຫລອກລວງຂ້າມຊາດ ເລີ່ມປະສົບບັນຫາຂາດເຂີນນໍ້າມັນ ແລະ ລາຄານໍ້າມັນເພີ່ມສູງຂຶ້ນທົບເທົ່າ.
RFA ອ້າງຂໍ້ມູນຈາກໜຶ່ງໃນປະຊາຊົນຢູ່ເມຍວະດີ ລະບຸວ່າ: ລັດຖະບານມຽນມາບໍ່ອະນຸຍາດໃຫ້ລົດບັນທຸກນໍ້າມັນຜ່ານຈຸດກວດຢູ່ຂົວເຊື່ອມລະຫວ່າງເມືອງກໍກະເຣ໊ກໄປເມຍວະດີ.
ໂດຍຕອນນີ້ມີລົດບັນທຸກນໍ້າມັນຕົກຄ້າງຢູ່ດ່ານກວດ 40 ກວ່າຄັນ ແລະ ພາຍໃນເມືອງເມຍວະດີເກືອບຈະບໍ່ມີນໍ້າມັນ.
ການເຄື່ອນໄຫວດັ່ງກ່າວສອດຄ່ອງກັບທ່າທີຂອງ ພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ທີ່ປະກາດໃນອາທິດຜ່ານມາວ່າ: ກອງທັບຈະດໍາເນີນມາດຕະການເຂັ້ມງວດໃນການຕໍ່ຕ້ານຂະບວນການຫລອກລວງ, ການພະນັນອອນລາຍ, ຟອກເງິນ ແລະ ການລັກລອບຄ້າຂາຍຢາເສບຕິດພາຍໃນປະເທດ.
ວິກິດຂາດເຂີນນໍ້າມັນ ລາຄາເພີ່ມຫລາຍເທົ່າ
ສໍາລັບສະຖານະການພາຍໃນເມຍວະດີ ພົບວ່າກໍາລັງຜະເຊີນບັນຫາຂາດເຂີນນໍ້າມັນຢ່າງໜັກ ໂດຍລາຍງານລະບຸວ່າ: ປໍ້ານໍ້າມັນບາງແຫ່ງມີນໍ້າມັນເຫລືອສໍາລັບເຕີມໃຫ້ລົດພຽງ 1-2 ຄັນເທົ່ານັ້ນ ແລະ ລາຄານໍ້າມັນເພີ່ມຂຶ້ນເປັນລິດລະ 10,000 ຈາດ.
ຢູ່ຊາເວໂກ໊ກໂກ່ ເຊິ່ງຢູ່ຫ່າງຈາກເມືອງເມຍວະດີໄປທາງເໜືອ 15 ກິໂລແມັດ ພົບວ່ານໍ້າມັນຂາຍໝົດ ເຮັດໃຫ້ຊາວເມືອງຫລາຍຄົນບໍ່ສາມາດໃຊ້ລົດໄດ້. ຂະນະທີ່ລາຄານໍ້າມັນເພີ່ມສູງຂຶ້ນເປັນລິດລະເກືອບ 20,000 ຈາດ.
ໂດຍຜົນກະທົບຈາກການບໍ່ມີໄຟຟ້າ ແລະ ນໍ້າມັນ ນອກຈາກກະທົບຕໍ່ຂະບວນການຄ້າມະນຸດ ແລະ ຫລອກລວງຂ້າມຊາດ ຍັງສົ່ງຜົນເຮັດໃຫ້ປະຊາຊົນໃນເມຍວະດີໄດ້ຮັບຄວາມເດືອດຮ້ອນ ເນື່ອງຈາກບໍ່ມີນໍ້າມັນສໍາລັບໃຊ້ໃນການສູບນໍ້າ.
ອ້າງອີງ: