ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ

ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ - 477163842 1098546605632978 2075920456676543546 n - ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ
ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ - kitchen vibe - ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ

ກະຊວງການຕ່າງປະເທດ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ລວມທັງ ພາກທຸລະກິດ ຈາກ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຈັດກອງປະຊຸມ ເວທີປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໃນວັນທີ 10 ກຸມພາ 2025 ທີ່ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ.

ຈຸດປະສົງການຈັດເວທີປຶກສາຫາລື ໃນຄັ້ງນີ້, ເພື່ອເປັນການໂຄສະນາ, ແລກປ່ຽນປະສົບການ ແລະ ຊຸກ ຍູ້ສົ່ງເສີມການຮ່ວມມືດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກບັນດາປະເທດຕາເວັນອອກກາງ ເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ເປັນບູລິມາສິດ ແລະ ທ່າແຮງຢູ່ ສປປ ລາວ ໃຫ້ຫລາຍຍິ່ງຂຶ້ນ.

ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ
ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ

ເວທີປຶກສາຫາລືດັ່ງກ່າວ, ເປັນຂິດໝາຍສໍາຄັນ ແລະ ເປັນກິດຈະກໍາ ຄັ້ງປະຖົມມະລຶກ ລະຫວ່າງ ສອງ ປະເທດ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ການກະກຽມເພື່ອສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ເຊິ່ງເປັນຂີດໝາຍໃໝ່ແຫ່ງການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການ ລົງທຶນ ລະຫວ່າງສອງປະເທດ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ອີກດ້ວຍ.

ກອງປະຊຸມຄັ້ງນີ້, ມີຜູ້ຕາງໜ້າຈາກບັນດາບໍລິສັດຊັ້ນນໍາຕ່າງໆຂອງປະເທດ ສະຫະນະຄອນ ເອເມຣັດ ອາຣັບ ແລະ ບໍລິສັດຈາກ ສປປ ລາວ ເຂົ້າຮ່ວມ 50 ກວ່າບໍລິສັດ ແລະ ມີຜູ້ເຂົ້າຮ່ວມທັງໝົດຫລາຍກວ່າ 80 ທ່ານ.

ທີ່ມາ: ໜັງສືພິມ ປະເທດລາວ

ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ - 3 - ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ
ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ - 5 - ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ
ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ - 4 - ນາຍົກລັດຖະມົນຕີ ຮ່ວມເວທີປຶກສາຫາລື ລະຫວ່າງພາກລັດ-ເອກະຊົນ ຂອງ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ