ຮັບມືກັບອາການໃຈຮ້າຍຢ່າງໄດ້ຜົນ

ມະນຸດເຮົາທຸກຄົນມີຄວາມປາຖະໜາຄວາມສຸກ, ຄວາມສະບາຍໃຈ, ຄວາມສົມຫວັງໄດ້ດັ່ງໃຈ ຈຶ່ງຕ້ອງການໃຫ້ເຫດການ, ບຸກຄົນ ແລະ ສິ່ງອື່ນໆ ເປັນໄປໄດ້ດັ່ງໃຈຢູ່ຕະຫລອດເວລາ ຈຶ່ງຈະເກີດຄວາມສຸກ, ຄວາມພຶງພໍໃຈຂຶ້ນ, ແຕ່ຄວາມຈິງແລ້ວຈະເປັນ ແນວນັ້ນຕະຫລອດກໍເປັນເລື່ອງຍາກ ເພາະສິ່ງແວດລ້ອມທີ່ຢູ່ອ້ອມໂຕເຮົາກໍລ້ວນແຕ່ມີທັງໄດ້ດັ່ງໃຈ ແລະ ບໍ່ໄດ້ດັ່ງໃຈ ເຮັດໃຫ້ເກີດອາລົມໝຸດໝັດ, ໃຈຮ້າຍ, ໂສກເສົ້າ, ຜີດຫວັງ, ບໍ່ພໍໃຈຂຶ້ນໄດ້ທັງໝົດ ແລະ ຄວາມບໍ່ໄດ້ດັ່ງໃຈນີ້ ຫາກເຮົາຈັບເອົາມາເປັນອາລົມຢູ່ຕະຫລອດ ກໍອາດເຮັດໃຫ້ຈິດໃຈໝົ່ນໝອງ, ຫາຄວາມສຸກໄດ້ຍາກແລ້ວ ຍັງອາດລາມໄປເຮັດໃຫ້ສຸຂະພາບຮ່າງກາຍສູນເສຍຄວາມດຸ່ນດ່ຽງໄດ້ນຳ. ດັ່ງນັ້ນ, ກ່ອນທີ່ເຮົາຈະມີອາລົມໃຈຮ້າຍຂຶ້ນມາ ລອງມາຕັ້ງຮັບກັນໃໝ່ດ້ວຍເຕັກນິກເຫລົ່ານີ້ :
– ກ່ອນອື່ນຕ້ອງເຂົ້າໃຈອາລົມໃຈຮ້າຍນັ້ນກ່ອນ ວ່າເປັນສິ່ງທີ່ສາມາດເກີດຂຶ້ນໄດ້ເມື່ອຖືກກະຕຸ້ນຈາກສິ່ງຍົວະ ທັງພາຍນອກ ແລະ ພາຍໃນໃຈ, ປະເດັນແມ່ນຕ້ອງຮູ້ໂຕໃຫ້ທັນວ່າໂຕເອງກຳລັງໃຈຮ້າຍຢູ່ ຈຶ່ງຈະບໍ່ຕົກເປັນທາດຂອງຄວາມໃຈຮ້າຍນັ້ນ.
– ຄວນຄຳນຶງວ່າຄວາມໃຈຮ້າຍນັ້ນມີຜົນຮ້າຍຕໍ່ທັງໂຕເອງ ແລະ ຜູ້ອື່ນ, ເສຍບຸກຄະລິກກະພາບ, ເສຍມິດຕະພາບ ແລະ ເສຍ ປະໂຫຍດໄປນຳອີກ.
– ຄວນຫລີກເວັ້ນປັດໄຈທີ່ເຮັດໃຫ້ເກີດອາລົມໃຈຮ້າຍ ເຊັ່ນ : ການຢູ່ໃກ້ໆຄົນມັກຫາເລື່ອງ, ຄົນເຈົ້າອາລົມ, ຄົນໃຈຮ້າຍງ່າຍ, ຄົນຫລາຍເລື່ອງ ແລະ ອື່ນໆ ທີ່ອາດເຮັດໃຫ້ທ່ານອາລົມບໍ່ດີໄປນຳໄດ້ຕະຫລອດ.
– ລະບາຍອາລົມໃຈຮ້າຍຢ່າງຖືກວິທີ ເຊັ່ນ : ການໄປອອກກຳລັງກາຍ, ການລະບາຍຄວາມຮູ້ສຶກອອກມາໂດຍການຂຽນ, ໂດຍການແຕ້ມຮູບ, ໂດຍການສືບລົມຫາຍໃຈເຂົ້າປອດເລິກໆຫລາຍໆເທື່ອ ຈະຫລຸດອາລົມໝົ່ນໝອງຢ່າງໄດ້ຜົນ.
– ເວລາໃຈຮ້າຍໃຫ້ໃຜ ຄິດເຖິງຂໍ້ດີຂອງເຂົາ ຫລື ເຫດການນັ້ນໃຫ້ຫລາຍໆ ເຊັ່ນ : ເວລາທີ່ເຮົາບໍ່ຢູ່ເຮືອນເຮົາກໍສາມາດຝາກຝັງໃຫ້ເຂົາເບິ່ງເຮືອນໃຫ້ເຮົາແທນໄດ້ ຫລື ຫາກເຮົາບໍ່ໄດ້ຮູ້ເລື່ອງນີ້ເຮົາ ຄົງຕ້ອງເສຍເງິນຕໍ່ໄປອີກ ເປັນຕົ້ນ.
– ຝຶກໃຫ້ອະໄພຈະເຮັດໃຫ້ຈິດໃຈສະບາຍຫລາຍຂຶ້ນ, ມີຄວາມອ່ອນໂຍນ ແລະ ຄົນອື່ນຢາກເຂົ້າໃກ້ເຮົາຫລາຍຂຶ້ນ.
ການຮັບມືກັບຄວາມໃຈຮ້າຍເປັນສິລະປະແບບໜຶ່ງ ສາມາດຝຶກຝົນໄດ້ ແລະ ຊ່ວຍຂັດຂວາງໂທສະທີ່ອາດທຳຮ້າຍທັງໂຕເອງ ແລະ ຜູ້ອື່ນໄດ້, ດີຕໍ່ສຸຂະພາບຈິດຕົນເອງ ແລະ ຜູ້ທີ່ຢູ່່ອ້ອມຂ້າງນຳອີກ.