ການນຳຮ່ວມງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ
February 12, 2025 - 1:28 PM

ວັນທີ 12 ກຸມພາ 2025 ນີ້ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ປ້ານາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍພັນລະຍາ ແລະ ການນໍາຈາກສູນກາງ, ການນໍາແຂວງ, ການນໍາເມືອງຈໍາປາສັກ ໄດ້ຮ່ວມກັບ ຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີສອງຂອງລາວ .
ທີ່ມາ: ສະຖານີວິທະຍຸແຂວງຈຳປາສັກ