ຫລວງນໍ້າທາ ຫາລືກຳນົດລາຄາຄ່າຊົດເຊີຍຜົນກະທົບຈາກທາງດ່ວນອຸດົມໄຊ ຫາ ບໍ່ເຕນ


ວັນທີ 11 ກຸມພາ 2025 ແຂວງຫລວງນໍ້າທາ ຈັດກອງປະຊຸມລາຍງານຄວາມຄືບໜ້າ ແລະ ປຶກສາຫາລືວຽກງານຕ່າງໆຂອງໂຄງການກໍ່ສ້າງທາງດ່ວນ ແຕ່ແຂວງອຸດົມໄຊ ຫາ ບໍ່ເຕນ ໂດຍການເຂົ້າຮ່ວມຂອງທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫລວງນໍ້າທາ ແລະ ພາກສ່ວນກ່ຽວຂ້ອງ.
ຜູ້ຕາງໜ້າບໍລິສັດ ຜູ້ຮັບເໝົາກໍ່ສ້າງ ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານຂອງໂຄງການແບ່ງເປັນ4ໄລຍະໃນການກໍ່ສ້າງ ຄວາມຍາວຂອງເສັ້ນທາງ 76 ກວ່າກິໂລແມັດ ຜ່ານເມືອງຫລວງນໍ້າທາ 21 ກິໂລແມັດກວ່າ, ມີ 4 ບ້ານຄື: ບ້ານ ຕີນຕົກ, ນາເຕີຍ, ບໍ່ປຽດ ແລະ ບ້ານ ບໍ່ເຕນ; ມີຄອບຄົວທີ່ຖືກຜົນກະທົບ 89 ຄອບຄົວ, ເນື້ອທີ່ 400,616 ເຮັກຕາ.
ຈາກນັ້ນ, ກໍໄດ້ປືກສາຫາລືກ່ຽວກັບວຽກງານຕ່າງໆຂອງໂຄງການກໍ່ສ້າງທາງດ່ວນ ເປັນຕົ້ນແມ່ນການກໍານົດລາຄາຫົວໜ່ວຍຊົດເຊີຍຂອງໂຄງການ, ການສັງລວມຜົນກະທົບທີ່ອາດຈະເກີດຂື້ນຕໍ່ທີ່ດິນ ແລະ ຊັບສິນຂອງປະຊາຊົນ, ຂຶ້ນແຜນງົບປະມານ, ການກໍານົດເວລາຂອງການລົງກວດກາຕົວຈິງພາກສະ ໜາມ ແລະ ຈັດກອງປະຊຸມປືກສາຫາລືແບບປະຊາຊົນມີສ່ວນຮ່ວມກ່ຽວກັບຜົນກະທົບຈາກໂຄງການ,ປະກອບບຸກຄະລາກອນລົງຟື້ນທີ່ແຕ່ລະບ້ານ ແລະ ພາກສະໜາມ ຄຽງຄູ່ກັບການເອົາໃຈໃສ່ອໍານວຍຄວາມສະດວກໃນດ້ານຕ່າງໆ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ.
ທີ່ມາ: ຂ່າວແຂວງຫລວງນໍ້າທາ