ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ

ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ - 111 8 - ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ
ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ - kitchen vibe - ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ

       ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດວ່າ: ຂະບວນການເຈລະຈາເພື່ອຢຸດສົງຄາມອູແກຣນຈະເລີ່ມຕົ້ນທັນທີ ຫລັງຈາກທ່ານສົນທະນາທາງໂທລະສັບກັບທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໃນວັນທີ 12 ກຸມພາ ໂດຍທ່ານ ທຣໍາ ອະທິບາຍວ່າ: “ເປັນການເຈລະຈາທີ່ຍາວນານ ແລະ ເກີດຜົນປະໂຫຍດສູງສຸດ”.

       ການສົນທະນານີ້ຖືເປັນຄັ້ງທໍາອິດທີ່ທ່ານ ທຣໍາ ໄດ້ເຈລະຈາກັບທ່ານ ປູຕິນ ໂດຍກົງນັບແຕ່ທ່ານເຂົ້າຮັບຕໍາແໜ່ງໃນເດືອນຜ່ານມາ ແລະ ສະທ້ອນໃຫ້ເຫັນເຖິງຄວາມຮີບດ່ວນທີ່ທໍານຽບຂາວຕ້ອງການຢຸດຄວາມຂັດແຍ່ງທີ່ດໍາເນີນມາເກືອບ 4 ປີ.

ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ - Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ
ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ - Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ

      ພາຍຫລັງການເຈລະຈາ, ທໍານຽບຂາວ ແລະ ເກຣມລິນຕ່າງລາຍງານເຖິງທ່າທີທາງບວກຂອງທັງສອງຝ່າຍ ໂດຍທ່ານ ທຣໍາ ລະບຸວ່າ: “ພວກເຮົາເຈລະຈາກ່ຽວກັບອູແກຣນ, ຕາເວັນອອກກາງ, ພະລັງງານ, ປັນຍາປະດິດ, ອໍານາດຂອງເງິນໂດລາອາເມລິກາ ແລະ ເລື່ອງອື່ນໆ, ພວກເຮົາຕົກລົງຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ລວມທັງການຢ້ຽມຢາມເຊິ່ງກັນ ແລະ ກັນ, ພວກເຮົາໄດ້ຕົກລົງໃຫ້ທີມງານດໍາເນີນການເຈລະຈາທັນທີ ແລະ ຂ້າພະເຈົ້າຈະເລີ່ມຕົ້ນດ້ວຍການໂທຫາທ່ານ ໂວໂລດິເມຍ ເຊເລນສກີ ປະທານາທິບໍດີອູແກຣນ ເພື່ອແຈ້ງໃຫ້ຮູ້ກ່ຽວກັບການສົນທະນານີ້ ເຊິ່ງຂ້າພະເຈົ້າກໍາລັງຈະເຮັດໃນຕອນນີ້”.

      ສ່ວນທໍານຽບເກຣມລິນລະບຸວ່າ: ການສົນທະນາໃຊ້ເວລາເກືອບ 90 ນາທີ ແລະ ບັນຍາກາດເປັນໄປໃນທາງສ້າງສັນ. ຂະນະທີ່ທ່ານ ທຣໍາ ເປີດເຜີຍວ່າ: ທ່ານ ປູຕິນ ໄດ້ກ່າວຄໍາວ່າ: “Common Sense” ເຊິ່ງເປັນສະໂລແກນໃນການຫາສຽງຂອງທ່ານ ທຣໍາ ເພື່ອສະແດງທ່າທີທີ່ຕ້ອງການໃຫ້ເກີດຂໍ້ຕົກລົງທີ່ສົມເຫດສົມຜົນ.

       ເຈົ້າໜ້າທີ່ລັດຖະບານອາເມລິກາ ລະບຸວ່າ: ການແລກປ່ຽນນັກໂທດໃນວັນທີ 11 ກຸມພາຜ່ານມາ ອາດເປັນສັນຍານຂອງການເຈລະຈາທີ່ຈິງຈັງຂຶ້ນໃນການຫາທາງຢຸດສົງຄາມ ເຊິ່ງໃນເວລານີ້ກໍາລັງເຂົ້າສູ່ປີທີ 4 ແລ້ວ.

      ຂະນະທີ່ທ່ານ ທຣໍາ ສົ່ງສັນຍານມາຫລາຍອາທິດແລ້ວວ່າ: ທ່ານຕ້ອງການເຈລະຈາກັບທ່ານ ປູຕິນ ເພື່ອຊຸກຍູ້ແນວທາງຢຸດສົງຄາມອູແກຣນ, ການຕິດຕໍ່ກັນໂດຍກົງໃນຄັ້ງນີ້ຈຶ່ງເປັນບາດກ້າວສໍາຄັນຂອງນະໂຍບາຍຕ່າງປະເທດພາຍໃຕ້ລັດຖະບານ ທຣໍາ 2.0.

      ໃນເວລາດຽວກັນ, ທ່ານ ທຣໍາ ເປີດເຜີຍວ່າ: ທ່ານໄດ້ຫາລືກັບທ່ານ ເຊເລນສກີ ພ້ອມສະເໜີຂໍ້ຕົກລົງໃຫ້ອາເມລິກາໄດ້ຮັບສິດເຂົ້າເຖິງແຮ່ທາດຫາຍາກຂອງອູແກຣນເປັນການຕອບແທນການຊ່ວຍເຫລືອທາງທະຫານ ແລະ ການເງິນຈາກວໍຊິງຕັນ.

     ແຫລ່ງຂ່າວລະບຸວ່າ: ທ່ານ ທຣໍາ ໂທລະສັບຫາທ່ານ ເຊເລນສກີ ພາຍຫລັງໂທຫາທ່ານ ປູຕິນ ເຊິ່ງຖືເປັນການປ່ຽນແປງຄັ້ງສໍາຄັນຈາກຍຸກຂອງທ່ານ ໂຈ ໄບເດນ.

ອ້າງອີງ:

ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ - 5 - ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ
ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ - 4 - ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ
ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ - 3 - ທ່ານ ທຣໍາ ຫາລືກັບທ່ານ ປູຕິນ ເລັ່ງເຈລະຈາແນວທາງຈົບສົງຄາມອູແກຣນທັນທີ