ຜູ້ຜະລິດເສື້ອຜ້າກຳປູເຈຍຮຽກຮ້ອງ ບັນດາປະເທດຢ່າລົງໂທດເພາະການເມືອງ

ຜູ້ຜະລິດເສື້ອຜ້າກຳປູເຈຍຮຽກຮ້ອງຜູ້ຊື້ຕ່າງປະເທດຢ່າຫັນໄປຊື້ສິນຄ້າຈາກບ່ອນອື່ນ, ພາຍຫລັງມີກະແສກັງວົນວ່າກຳປູເຈຍອາດຈະຖືກຕັດສິດພິເສດທາງການຄ້າຂອງສະຫະພາບເອີຣົບ (EU) ເພື່ອລົງໂທດທີ່ສານກຳປູເຈຍສັ່ງຍຸບພັກຝ່າຍຄ້ານ.
ສະມາຄົມຜູ້ຜະລິດເສື້ອຜ້າຢູ່ກຳປູເຈຍ (GMAC) ເຊິ່ງເປັນຕົວແທນໂຮງງານ 600 ແຫ່ງທີ່ຈ້າງແຮງງານຊາວກຳປູເຈຍ 700.000 ຄົນ ອອກຖະແຫລງການຮຽກຮ້ອງຜູ້ຊື້ຕ່າງປະເທດໃຫ້ການສະໜັບສະໜູນກຳປູເຈຍ ແລະ ໂຮງງານຕໍ່ໄປ ເພື່ອບັນລຸເປົ້າໝາຍທາງເສດຖະກິດ ເລື່ອງການເຮັດໃຫ້ຊາວກຳປູເຈຍທັງໝົດມີຊີວິດການເປັນຢູ່ທີ່ດີ ເພາະທຸລະກິດຕັດຫຍິບຊ່ວຍໃຫ້ຊາວກຳປູເຈຍຫລາຍລ້ານຄົນຫລຸດພົ້ນຈາກຄວາມທຸກຍາກ. GMAC ອອກຖະແຫລງການນີ້ພາຍຫລັງອາເມລິກາຢຸດການສະໜັບສະໜູນເລືອກຕັ້ງກຳປູເຈຍທີ່ຈະມີຂຶ້ນໃນວັນທີ 29 ກໍລະກົດປີໜ້າ ແລະ EU ຂູ່ຈະຕັດສິດພິເສດທາງການຄ້າ ເນື່ອງຈາກສານກຳປູເຈຍມີຄຳສັ່ງຍຸບພັກກູ້ຊາດກຳປູເຈຍ (CNRP) ໃນວັນທີ 16 ພະຈິກແລ້ວນີ້ ຕາມທີ່ລັດຖະບານຍື່ນຄຳຮ້ອງ.
ການສົ່ງອອກເຄື່ອງຕັດຫຍິບ ແລະ ເສື້ອຜ້ານຳລາຍຮັບເຂົ້າກຳປູເຈຍປີລະ 6.000 ລ້ານໂດລາສະຫະລັດ ຖືເປັນສິນຄ້າສົ່ງອອກອັນດັບໜຶ່ງຂອງປະເທດ. EU ເປັນຕະຫລາດສົ່ງອອກ 40% ຂອງຍອດສົ່ງອອກໃນປີຜ່ານມາ, ຮອງລົງມາຄືອາເມລິກາ 20% ແລະ ຈີນ 6%.