ອິນເດຍ-ອາເມລິກາ ຈັບມືຂະຫຍາຍການຄ້າ-ພະລັງງານ-ການທະຫານ

- 8d2df740 ea5e 11ef a319 fb4e7360c4ec - ອິນເດຍ-ອາເມລິກາ ຈັບມືຂະຫຍາຍການຄ້າ-ພະລັງງານ-ການທະຫານ
- kitchen vibe - ອິນເດຍ-ອາເມລິກາ ຈັບມືຂະຫຍາຍການຄ້າ-ພະລັງງານ-ການທະຫານ

      ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ເດີນທາງເຖິງນະຄອນຫລວງວໍຊິງຕັນ ເພື່ອພົບປະກັບທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ເຊິ່ງຖືເປັນການເດີນທາງຢ້ຽມຢາມທໍານຽບຂາວຄັ້ງທໍາອິດຂອງທ່ານນັບແຕ່ທ່ານ ທຣໍາ ກັບມາດໍາລົງຕໍາແໜ່ງເປັນສະໄໝທີສອງ. ທ່ານ ໂມດີ ເປັນຜູ້ນໍາຄົນທີ 4 ທີ່ໄດ້ຮັບເຊີນໃຫ້ເຂົ້າພົບທ່ານ ທຣໍາ ເຊິ່ງເປັນສັນຍານວ່າທໍານຽບຂາວໃຫ້ຄວາມສໍາຄັນຕໍ່ການພົວພັນກັບອິນເດຍໃນຍຸກໃໝ່ຂອງການເມືອງໂລກ.

        ລະຫວ່າງກອງປະຊຸມ, ທ່ານ ທຣໍາ ແລະ ທ່ານ ໂມດີ ໄດ້ປະກາດຂໍ້ຕົກລົງສໍາຄັນຫລາຍປະການ ໂດຍສະເພາະເລື່ອງພະລັງງານ ແລະ ການຄ້າ ໂດຍອິນເດຍຕົກລົງນໍາເຂົ້ານໍ້າມັນ ແລະ ແກັສທໍາມະຊາດຈາກອາເມລິກາເພີ່ມຂຶ້ນ ເຊິ່ງເປັນຄວາມພະຍາຍາມຂອງທ່ານ ທຣໍາ ໃນການຫລຸດການຂາດດູນການຄ້າກັບອິນເດຍທີ່ມີມູນຄ່າສູງເຖິງ 1 ແສນລ້ານໂດລາ.

- Visit Laos Visit SALANA BOUTIQUE HOTEL - ອິນເດຍ-ອາເມລິກາ ຈັບມືຂະຫຍາຍການຄ້າ-ພະລັງງານ-ການທະຫານ
- Visit Laos Visit SALANA BOUTIQUE HOTEL - ອິນເດຍ-ອາເມລິກາ ຈັບມືຂະຫຍາຍການຄ້າ-ພະລັງງານ-ການທະຫານ

      ນອກຈາກນີ້, ທ່ານ ທຣໍາ ຍັງໃຫ້ຄໍາໝັ້ນວ່າ: ອາເມລິກາຈະເພີ່ມຍອດຂາຍອາວຸດໃຫ້ອິນເດຍ ລວມທັງເຮືອບິນຮົບ F-35 ແລະ ອຸປະກອນທາງທະຫານອື່ນໆ ເພື່ອເພີ່ມປະສິດທິພາບດ້ານທະຫານຂອງອິນເດຍ ເຊິ່ງທ່ານ ທຣໍາ ກ່າວວ່າ: ການຮ່ວມມືທາງທະຫານລະຫວ່າງສອງປະເທດຈະຊ່ວຍຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນອິນໂດ-ປາຊີຟິກ.

       ຂະນະທີ່ບັນຫາເລື່ອງພາສີນໍາເຂົ້າສິນຄ້າລະຫວ່າງສອງປະເທດ, ທ່ານ ທຣໍາ ຫາກໍອອກມາດຕະການກໍານົດພາສີຕອບໂຕ້ (Reciprocal Tariffs) ເຊິ່ງອາດສົ່ງຜົນກະທົບຕໍ່ອິນເດຍ ໂດຍທ່ານ ໂມດີ ຫວັງວ່າທ່ານຈະສາມາດໃຊ້ການພົວພັນສ່ວນຕົວກັບທ່ານ ທຣໍາ ເພື່ອບັນເທົາຜົນກະທົບຈາກນະໂຍບາຍນີ້ ແລະ ຮັກສາສິດພິເສດທາງການຄ້າຂອງອິນເດຍ.

       ທັງນີ້, ທ່ານ ໂມດີ ແລະ ທ່ານ ທຣໍາ ຍັງໄດ້ຫາລືກ່ຽວກັບການພັດທະນາເຕັກໂນໂລຊີ ໂດຍເນັ້ນໃສ່ປັນຍາປະດິດ (AI) ແລະ ຄວາມໝັ້ນຄົງທາງດິຈີຕອນ ໂດຍອິນເດຍເປັນໜຶ່ງໃນປະເທດທີ່ມີປະສິດທິພາບສູງດ້ານເຕັກໂນໂລຊີ ແລະ ທ່ານ ທຣໍາ ຕ້ອງການໃຫ້ອິນເດຍເປັນພັນທະມິດຕົ້ນຕໍໃນຄວາມພະຍາຍາມຂອງອາເມລິກາທີ່ຈະເປັນຜູ້ນໍາໃນດ້ານ AI.

       ເຖິງຢ່າງໃດກໍຕາມ, ນອກຈາກບັນຫາທາງເສດຖະກິດ ແລະ ຄວາມໝັ້ນຄົງ, ທ່ານ ໂມດີ ຍັງເນັ້ນເຖິງຈຸດຢືນຂອງອິນເດຍໃນການສະໜັບສະໜູນສັນຕິພາບໃນຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ອູແກຣນ ໂດຍຮຽກຮ້ອງໃຫ້ທຸກຝ່າຍໃຊ້ແນວທາງທາງການທູດໃນການແກ້ໄຂບັນຫາເພື່ອຫລີກລ່ຽງຜົນກະທົບຕໍ່ເສດຖະກິດ ແລະ ຄວາມໝັ້ນຄົງຂອງໂລກ.

ອ້າງອີງ:

- 3 - ອິນເດຍ-ອາເມລິກາ ຈັບມືຂະຫຍາຍການຄ້າ-ພະລັງງານ-ການທະຫານ
- 4 - ອິນເດຍ-ອາເມລິກາ ຈັບມືຂະຫຍາຍການຄ້າ-ພະລັງງານ-ການທະຫານ
- 5 - ອິນເດຍ-ອາເມລິກາ ຈັບມືຂະຫຍາຍການຄ້າ-ພະລັງງານ-ການທະຫານ