ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ

ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ - 222 6 - ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ
ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ - kitchen vibe - ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ

       ຫວຽດນາມວາງແຜນກູ້ເງິນຈາກລັດຖະບານຈີນ 8,300 ລ້ານໂດລາ ເພື່ອນໍາໄປໃຊ້ເປັນທຶນສໍາລັບໂຄງການສ້າງທາງລົດໄຟເສັ້ນໃໝ່ທີ່ເຊື່ອມລະຫວ່າງສອງປະເທດ.

       ທ່ານ ຫງວຽນ ຮົງ ມິນ ລັດຖະມົນຕີກະຊວງຄົມມະນາຄົມຫວຽດນາມ ກ່າວຕໍ່ກອງປະຊຸມສະພາແຫ່ງຊາດຫວຽດນາມວ່າ: ລະບົບລົດໄຟຂອງປະເທດຫລ້າສະໄໝ ແລະ ຫວຽດນາມຈໍາເປັນຕ້ອງມີລະບົບໃໝ່ ເພື່ອສະໜັບສະໜູນການພັດທະນາເສດຖະກິດ.

ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ
ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ

       ທັງນີ້, ແຜນການກໍ່ສ້າງທາງລົດໄຟຄວາມຍາວ 391 ກິໂລແມັດ ຈະເລີ່ມຈາກແຂວງລາວກາຍ ຢູ່ທາງຕາເວັນຕົກສຽງເໜືອ ຜ່ານນະຄອນຫລວງຮ່າໂນ້ຍ ໄປເມືອງຮາຍຟອງ ເຊິ່ງເປັນທີ່ຕັ້ງຂອງທ່າເຮືອຂະໜາດໃຫຍ່ທີ່ສຸດໃນພາກເໜືອຂອງຫວຽດນາມ.

       ທັງນີ້, ທາງລົດໄຟຈະມີຄວາມກວ້າງ 1,435 ມິນລີແມັດ ເຊິ່ງຈະຊ່ວຍໃຫ້ລົດໄຟແລ່ນໄດ້ດ້ວຍຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ ສໍາລັບຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ. ຂະນະທີ່ການກໍ່ສ້າງຄາດວ່າຈະເລີ່ມຕົ້ນໃນປີນີ້ ແລະ ມີກໍານົດສໍາເລັດພາຍໃນປີ 2030.

      ສະພາແຫ່ງຊາດຂອງຫວຽດນາມ ມີກໍານົດລົງມະຕິກ່ຽວກັບໂຄງການລົດໄຟດັ່ງກ່າວໃນອາທິດໜ້າ.

ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ - 4 - ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ
ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ - 5 - ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ
ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ - 3 - ຫວຽດນາມກຽມກູ້ເງິນຈາກຈີນ 8,300 ລ້ານໂດລາ ສ້າງລົດໄຟເຊື່ອມສອງປະເທດ