ຄ໊ອດໂຕ ເສຍແຕ້ມການສົກອຳລາວົງການມວຍ

ມິເກລ ຄ໊ອດໂຕ ຍອດນັກມວຍຊາວເປີໂຕຣິໂກ ປິດສາກຊີວິດວົງການນັກມວຍບໍ່ງາມດັ່ງຫວັງ ຫລັງເສຍແຕ້ມໃຫ້ ຊາດຳ ອາລີ ຢ່າງເປັນເອກະພາບເສຍສາຍແອວແຊ້ມໂລກຊູເປີເວລເຕີເວດ ດັບເບີ້ນຢູບີໂອ ໃນວັນທີ 3 ທັນວາ.
ເສິກມວຍຊີງແຊ້ມໂລກຮຸ່ນຊູເປີເວລເຕີເວດ ອົງກອນມວຍໂລກ (WBO) ຢູ່ສະໜາມມວຍເມດິສັນ ສະແຄວ ກາຣເດນ ຢູ່ນິວຢອກ ສະຫະລັດອາເມລິກາ ໃນວັນທີ 3 ທັນວາ, ມິເກລ ຄ໊ອດໂຕ ນັກຊົກຊາວເປີໂຕຣິໂກ ເຈົ້າຂອງແຊ້ມໂລກ ພິກລັອກເສຍຄະແນນໃຫ້ ຊາດຳ ອາລີ ນັກຊົກຊາວອາເມລິກາ ເຊື້ອສາຍເຢເມນ ຢ່າງເປັນເອກະພາບ 113-115, 112-116, 113-115 ປິດສາກຊີວິດວົງການມວຍບໍ່ງາມຕາມຄາດຫວັງໄວ້.
ຄ໊ອດໂຕ ອາຍຸ 37 ປີ ປະກາດກ່ອນຂຶ້ນຊົກແລ້ວວ່າ ການສົກນີ້ຈະເປັນການສົກສຸດທ້າຍໃນຊີວິດນັກມວຍ, ຫລັງຜ່ານປະສົບການສັງວຽນມວຍມາຍາວນານເຖິງ 17 ປີ ໂດຍ ຄ໊ອດໂຕ ເຮັດຄະແນນໄດ້ດີໃນຊ່ວງຍົກກາງ ແຕ່ໃນ 4 ຍົກສຸດທ້າຍເປັນ ອາລີ ທີ່ເຮັດຄະແນນໄດ້ຢ່າງຈະແຈ້ງ ສົ່ງຜົນໃຫ້ ອາລີ ໄດ້ຮັບໄຊຊະນະສາຍແອວແຊ້ມໂລກໄປຄອງສຳເລັດ ພ້ອມເພີ່ມສະຖິຕິການຊົກເປັນຊະນະ 26 ເສຍ 1 ໂດຍເປັນການຊະນະແບບບໍ່ຄົບຍົກ 14 ຄັ້ງ, ສ່ວນ ຄ໊ອດໂຕ ອຳລາວົງການນັກມວຍດ້ວຍສະຖິຕິຊະນະ 41 ເສຍ 6 ໂດຍເປັນການຊະນະແບບບໍ່ຄົບຍົກ 33 ຄັ້ງ.