ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ”

ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ” - 480259873 639504258658247 8108150999491473620 n - ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ”
ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ” - kitchen vibe - ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ”

ວັນທີ 15 ກຸມພາ 2025 ສຳນັກຂ່າວສົດຂອງໄທລາຍງານວ່າ: ທ່ານໝໍ ເຊດ ບຸນຍະວົງວິໂຣດ ຮອງຜູ້ອຳນວຍການໂຮງໝໍມະຫາຣາດນະຄອນຣາຊະສີມາ ໄດ້ແນະນຳໃຫ້ກວດເບິ່ງວ່າທ້ອງຂອງຕົນເອງວ່າມີໄຂມັນປົກກະຕິ ຫຼື ວ່າມັນເປັນສັນຍານຂອງພະຍາດຕັບຮ້າຍແຮງ ໂດຍທ່ານໄດ້ບອກວ່າ ເຄີຍສັງເກດບໍ່ວ່າ ບາງຄົນເບິ່ງຄືວ່າ “ຕຸ້ຍມີໜ້າທ້ອງໃຫຍ່ (ໂລກຕຸ້ຍ)” ມັນອາດຈະເປັນສັນຍານເຕືອນຂອງ ພາວະທ້ອງອືດ (Ascites) ທີ່ເກີດຈາກການສະສົມຂອງແຫຼວໃນທ້ອງ ເຊິ່ງມັນບໍ່ແມ່ນພຽງແຕ່ໄຂມັນ ຫຼື ທ້ອງສວດຈາກການກິນອາຫານຫຼາຍ ໂດຍອາການນີ້ ອາດກ່ຽວຂ້ອງກັບພະຍາດຕັບ ແລະ ອາດຈະເປັນສັນຍານຂອງມະເຮັງຕັບໄດ້.

1.    ທ້ອງມານຄືຫຍັງ? ຕ່າງຈາກ ໂລກຕຸ້ຍ ຄືແນວໃດ?

ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ” - Visit Laos Visit SALANA BOUTIQUE HOTEL - ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ”
ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ” - Visit Laos Visit SALANA BOUTIQUE HOTEL - ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ”

–     ທ້ອງອືດ (Ascites) ເປັນພາວະທີ່ມີຂອງແຫຼວສະສົມຢູ່ບໍລິເວນຊ່ອງທ້ອງຫຼາຍເກີນໄປ ເຮັດໃຫ້ທ້ອງບວມ, ທ້ອງໃຫຍ່ ເບິ່ງຜິວເຜີນຄ້າຍຄືກັບຕຸ້ຍແລ້ວມີໜ້າທ້ອງໃຫຍ່ ແຕ່ຄວາມຈິງແລ້ວມີສາເຫດທີ່ແຕກຕ່າງກັນ

–     ໂລກຕຸ້ຍ (Center Obesity) ເກີດຈາກການສະສົມຂອງໄຂມັນໃນບໍລິເວນໜ້າທ້ອງ ເຊິ່ງກ່ຽວຂ້ອງກັບພະຍາດເມຕາໂບລິກເຊັ່ນ: ພະຍາດເບົາຫວານ, ຄວາມດັນເລືອດສູງ ແລະ ໄຂມັນໃນເລືອດສູງ…

2.  ຄວາມແຕກຕ່າງວ່າເປັນໂລກຕຸ້ຍ ຫຼື ທ້ອງອືດ

–     ລອງຈັບທ້ອງເບິ່ງ ຖ້າທ່ານກົດລົງແລ້ວມັນນຸ້ມໆອ່ອນໆ ສະແດງວ່າຕຸ້ຍທ້ອງໃຫຍ່ ແຕ່ຖ້າກົດທ້ອງແລ້ວຮູ້ສຶກແໜ້ນ, ແຂງ, ແລະ ເດັ້ງກັບໄວ ຄືມີຄວາມດັນຢູ່ໃນກະເພາະອາຫານ ສະແດງວ່າມັນອາດຈະເປັນທ້ອງອືດ

–     ນອນລົງແລ້ວສັງເກດເບິ່ງທ້ອງ ຖ້າທ່ານນອນລົງແລ້ວທ້ອງແຜ່ໄປຂ້າງ ສະແດງວ່າເຈົ້າເປັນໂລກຕຸ້ຍ ແຕ່ຖ້ານອນລົງແລ້ວທ້ອງຕັ້ງຂຶ້ນບໍ່ໄຫຼໄປທາງຂ້າງ ມັນອາດຈະເປັນຂອງແຫຼວໃນຊ່ອງທ້ອງທີ່ເກີດຈາກທ້ອງອືດ

–     ຄົນທີ່ເປັນໂລກຕຸ້ຍມັກຈະບໍ່ມີອາການຜິດປົກກະຕິທີ່ຊັດເຈນ ນອກຈາກການນໍ້າໜັກເພີ່ມຂຶ້ນ ແລະ ມີການປ່ຽນແປງຮູບຮ່າງຂອງຮ່າງກາຍ, ແຕ່ຖ້າເປັນທ້ອງອືດ ມັກຈະມີອາການເມື່ອຍ, ມື ແລະ ຕີນບວມ, ຫາຍໃຈຍາກ, ຮ່າງກາຍເຫຼືອງ, ຕາເຫຼືອງ, ນ້ຳໜັກຂຶ້ນໄວຜິດປົກກະຕິ

–     ການທີ່ນໍ້າໜັກເພີ່ມຂຶ້ນຢ່າງໄວວາແບບບໍ່ມີເຫດຜົນ ຖ້າຢູ່ດີໆນໍ້າໜັກເພີ່ມຂຶ້ນຢ່າງໄວພາຍໃນສອງສາມອາທິດ ແຕ່ບໍ່ໄດ້ກິນຫຼາຍ ມັນອາດຈະເປັນຍ້ອນມີການສະສົມຂອງແຫຼວໃນຊ່ອງທ້ອງ ເຊິ່ງມັນບໍ່ແມ່ນໄຂມັນ.

3. ອາການທີ່ບົ່ງບອກວ່າອາດຈະມີອາການທ້ອງອືດ

–     ມີທ້ອງໃຫຍ່, ບວມ, ແໜ້ນທ້ອງ

–     ໂຕເຫຼືອງ, ຕາເຫຼືອງ

–     ຫາຍໃຈຍາກ, ແໜ້ນທ້ອງໃນເວລານອນ

–     ປວດຮາກ, ເບື່ອອາຫານ, ກິນໜ້ອຍດຽວກໍເຮັດໃຫ້ຮູ້ສຶກແໜ້ນທ້ອງ

–     ເມື່ອຍ, ມື ແລະ ຕີນບວມ, ໂປຣຕີນໃນຮ່າງກາຍຕໍ່າ ເຮັດໃຫ້ຮ່າງກາຍບວມ

–     ນໍ້າໜັກຂຶ້ນຢ່າງໄວວາ ເຖິງຈະບໍ່ໄດ້ກິນຫຼາຍ ແຕ່ນໍ້າຫນັກເພີ່ມຂຶ້ນໂດຍບໍ່ຮູ້ສາເຫດ

ອາການ ແລະ ສາເຫດທ້ອງອືດ:

–     ຖ້າເກີດຈາກ ພະຍາດຕັບແຂງ ຕ້ອງຫຼຸດຜ່ອນເກືອ, ຈໍາກັດການດື່ມນໍ້າ ແລະ ໃຊ້ຢາຂັບປັດສະວະ

–     ຖ້າເກີດຈາກ ມະເຮັງ ອາດຈະຕ້ອງໄດ້ປິ່ນປົວດ້ວຍເຄມີບຳບັດ ຫຼື ເຈາະລະບາຍຂອງແຫຼວ

–     ຖ້າເກີດຈາກ ໝາກໄຂ່ຫຼັງລົ້ມເຫຼວ ຫຼື ຫົວໃຈລົ້ມເຫຼວ ຕ້ອງຮັກສາພະຍາດຕົ້ນຕໍ

ວິທີປ້ອງກັນທ້ອງອືດ ແລະ ການດູແລສຸຂະພາບຕັບ

–     ເຊົາດື່ມເຫຼົ້າ ເພາະເຫຼົ້າຈະທຳລາຍຕັບໄວ

–     ຄວບຄຸມນ້ຳໜັກ ຫຼຸດຜ່ອນໂອກາດການເກີດໄຂມັນຫຸ້ມຕັບ

–     ກິນອາຫານທີ່ມີປະໂຫຍດຕໍ່ຕັບ, ຫຼຸດເກືອ, ຫຼຸດອາຫານທອດ ແລະ ເຜັດ

–     ສັກຢາປ້ອງກັນພະຍາດຕັບອັກເສບ ປ້ອງກັນພະຍາດຕັບແຂງໃນອານາຄົດ

–     ກວດສຸຂະພາບເປັນປົກກະຕິ ໂດຍສະເພາະຄົນທີ່ດື່ມເຫຼົ້າຫຼາຍ ຫຼື ມີປະຫວັດຄອບຄົວເປັນພະຍາດຕັບ

–     ອາຫານເສີມສາມາດຊ່ວຍໄດ້ເຊັ່ນ: ວິຕາມິນອີ ສາມາດຊ່ວຍຫຼຸດຜ່ອນການອັກເສບໃນຕັບ ເຊິ່ງເປັນການປ້ອງກັນພະຍາດຕັບແຂງ ແລະ ຄວາມສ່ຽງຕໍ່ການເປັນມະເຮັງຕັບ. ນອກນັ້ນຍັງມີ ໂຄລີນ (Choline) ເຊິ່ງເປັນສານອາຫານໜຶ່ງທີ່ຊ່ວຍຫຼຸດຜ່ອນການສະສົມໄຂມັນໃນຕັບ ແລະ ຍັງຈະຫຼຸດຜ່ອນຄວາມສ່ຽງຕໍ່ການເກີດໄຂມັນພອກຕັບ ແລະ ມະເຮັງຕັບໃນອະນາຄົດ

ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ” - 5 - ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ”
ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ” - 3 - ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ”
ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ” - 4 - ສັງເກດທ້ອງຕົນເອງເບິ່ງ ວ່າເປັນ “ໂລກຕຸ້ຍ” ຫຼື “ມະເຮັງຕັບ”