ຖະແຫຼງຢ່າງເປັນທາງການຕໍ່ກັບເຫດໄຟໄໝ້ ແລະ ລະເບີດທີ່ເມືອງໄຊ ແຂວງອຸດົມໄຊ

- 480163690 1181576240638299 1467788718049454152 n - ຖະແຫຼງຢ່າງເປັນທາງການຕໍ່ກັບເຫດໄຟໄໝ້ ແລະ ລະເບີດທີ່ເມືອງໄຊ ແຂວງອຸດົມໄຊ
- kitchen vibe - ຖະແຫຼງຢ່າງເປັນທາງການຕໍ່ກັບເຫດໄຟໄໝ້ ແລະ ລະເບີດທີ່ເມືອງໄຊ ແຂວງອຸດົມໄຊ

ວັນທີ 15 ກຸມພາ 2025 ພັອ ດວງຈັນ ໄຊວຸດ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ຖະແຫຼງຂ່າວວ່າ : ເຫດການໄຟໄໝ້ ໄດ້ເກີດຂຶ້ນທີ່ຮ້ານຂາຍອາໄລ່ລົດຂອງຄົນຈີນທີ່ມາເຊົ່າເຮືອນປະຊາຊົນຢູ່ເພື່ອດຳເນີນທຸລະກິດ ທີ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໃນເວລາ 10:33 ໂມງຂອງວັນທີ 14 ກຸມພາ, ພາຍຫຼັງເກີດໄຟໄໝ້ໄດ້ປະມານ 10 ນາທີ ໄດ້ເກີດລະເບີດຂຶ້ນຢ່າງຮ້າຍແຮງ ເຊິ່ງໃນຂະນະນັ້ນເຈົ້າໜ້າທີ່ກຳລັງນຳລົດມອດໄຟມາໃກ້ຈະຮອດຈຸດເກີດເຫດ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ, ທະຫານ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າມອດໄຟ ແລະ ຊ່ວຍເຫຼືອນຳສົ່ງຄົນເຈັບໄປໂຮງຫມໍຢ່າງທັນການ, ຈົນຮອດເວລາ 13:30 ໂມງຈິ່ງມອດໄຟໄວ້ໄດ້.

- Visit Laos Visit SALANA BOUTIQUE HOTEL - ຖະແຫຼງຢ່າງເປັນທາງການຕໍ່ກັບເຫດໄຟໄໝ້ ແລະ ລະເບີດທີ່ເມືອງໄຊ ແຂວງອຸດົມໄຊ
- Visit Laos Visit SALANA BOUTIQUE HOTEL - ຖະແຫຼງຢ່າງເປັນທາງການຕໍ່ກັບເຫດໄຟໄໝ້ ແລະ ລະເບີດທີ່ເມືອງໄຊ ແຂວງອຸດົມໄຊ

ເຫດເຫດການຄັ້ງນີ້ມີຜູ້ ເສຍຊີວິດ 4 ຄົນ​ (ຄົນ​ລາວ​ 1,​ ຈີນ​ 3), ບາດເຈັບສາຫັດ 3 ຄົນ​ (ຄົນຈີນ​)​ ແລະ​ ບາດເຈັບ​ເລັກນ້ອຍ​ 3 ຄົນ (ຄົນ​ລາວ 2, ຈີນ​1) ແລະ ຊັບສິນຂອງພົນລະເມືອງເສຍຫາຍຈຳນວນຫຼາຍ.

ສຳລັບສາເຫດຂອງໄຟໄໝ້ ແລະ ລະເບີດ ແມ່ນຍັງບໍ່ສາມາດຢືນຢັນລະອຽດໄດ້ ເນື່ອງຈາກຜູ້ຢູ່ໃນຈຸດເກີດເຫດແມ່ນເສຍຊີວິດ ແຕ່ໃນທີ່ເກີດເຫດເຈົ້າໜ້າທີ່ກວດພົບຊິ້ນສ່ວນແກັບໝາກຟ່າ ແລະ ທາດລະເບີດ ຄາດວ່າລັກລອບເຂົ້າມາຈຳໜ່າຍ ເຊິ່ງເຈົ້າໜ້າທີ່ກຳລັງສອບສວນເພີ່ມຕື່ມ.

ເຈົ້າໜ້າທີ່ຂໍຢືນຢັນວ່າ ເຫດການນີ້ ບໍ່ແມ່ນເຫດການກໍ່ການຮ້າຍຄືດັ່ງທີ່ສັງຄົມສົງໄສ.

- 5 - ຖະແຫຼງຢ່າງເປັນທາງການຕໍ່ກັບເຫດໄຟໄໝ້ ແລະ ລະເບີດທີ່ເມືອງໄຊ ແຂວງອຸດົມໄຊ
- 4 - ຖະແຫຼງຢ່າງເປັນທາງການຕໍ່ກັບເຫດໄຟໄໝ້ ແລະ ລະເບີດທີ່ເມືອງໄຊ ແຂວງອຸດົມໄຊ
- 3 - ຖະແຫຼງຢ່າງເປັນທາງການຕໍ່ກັບເຫດໄຟໄໝ້ ແລະ ລະເບີດທີ່ເມືອງໄຊ ແຂວງອຸດົມໄຊ