ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ

- 476816344 1053326276823839 4202412152549609351 n - ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ
- kitchen vibe - ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ

ທ່ານ ບຼົ່ງວ່າງ ຫວ່າງເຈຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໃຫ້ສໍາພາດຕໍ່ສື່ມວນຊົນ ວັນທີ 1 ກຸມພາ 2025 ຜ່ານມາ ນີ້ວ່າ: ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ແຂວງຫຼວງພະບາງ 3 ລ້ານໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການປັບປຸງການບໍລິການຂົນສົ່ງສາທາລະນະ ຫຼື ໂຄງການຂົນສົ່ງ ແລະ ຕົວເມືອງຫຼວງພະບາງທີ່ຍືນຍົງ ເຊິ່ງແຜນດັ່ງກ່າວຈະເປັນແຜນແມ່ບົດທີ່ຄວບຄຸມທັງໝົດໃນການສັນຈອນພາຍໃນນະຄອນ ຫຼວງພະບາງ ແຕ່ປີ 2025-2045 ໂດຍຈະມີການທົດລອງບໍລິການລົດສາທາລະນະເຂົ້າເຖິງແຫລ່ງທ່ອງທ່ຽວ ໂດຍບໍ່ເສຍຄ່າ (ຟຣີ) ເລີ່ມແຕ່ວັນທີ 24 ກຸມພາ ຫາ 3 ມີນາ 2025.

ໃນການທົດລອງ ແມ່ນຈັດຕັ້ງປະຕິບັດຢູ່ 3 ເສັ້ນທາງ ຄື:

- Visit Laos Visit SALANA BOUTIQUE HOTEL - ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ
- Visit Laos Visit SALANA BOUTIQUE HOTEL - ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ

1). ສະເພາະຢູ່ໃນເຂດ1 ແລະ ເຂດ2 ຂອງມໍລະ ດົກໂລກຫຼວງພະບາງ ຈະເຮັດເປັນຈຸດຈອດ ແລະ ຈອນ (Park and Ride) ໝາຍຄວາມວ່າຄົນທີ່ຈະເຂົ້າໄປໃນ ເຂດ1 ແລະ ເຂດ2 ຂອງມໍລະດົກໂລກ ຕ້ອງເອົາລົດມາຈອດໄວ້ເດີ່ນທາດຫຼວງຂອງແຂວງຫຼວງພະບາງ ທັງໝົດ ຈາກນັ້ນໃຫ້ຂີ່ລົດສາທາລະນະໄປຫາແຄມຄານ-ແຄມຂອງ, ລວມເຖີງ ຈາກເດີ່ນທາດຫລວງ ຫາ ສາມແຍກປາກຄານ ແລ້ວກັບມາຈອດຢູ່ບ່ອນເກົ່າ, ລົດອອກທຸກ 5-10 ນາທີ ໂດຍນຳໃຊ້ຕຸກໆ 2 ແຖວ ຫລື ລົດໄຟຟ້າ.

2). ຈາກເດີ່ນທາດ ຫລວງ ຫາຕາດກວາງຊີ ອອກທຸກ 1 ຊົ່ວໂມງ ໂດຍນໍາໃຊ້ລົດເມ

3). ຈາກເດີ່ນທາດຫລວງ ຫາ ສາຖານີລົດ ໄຟ ອອກທຸກ 1 ຊົ່ວໂມງ ຊົ່ວໂມງ ໂດຍນໍາໃຊ້ລົດເມ.

ທ່ານ ບົ່ຼງວ່າງ ຫວ່າງເຈຍຊ່າ ຍັງໄດ້ຝາກມາຍັງສັງຄົມ ກໍຄື ນັກທ່ອງທ່ຽວ ທີ່ໄດ້ໄປໃຊ້ການບໍລິການໃນໄລຍະ 7 ວັນຂອງການທົດລອງດັ່ງກ່າວ ຖ້າມີຄໍາຄິດຄໍາເຫັນຕ່າງໆ ກໍສາມາດສົ່ງເຖີງພາກສ່ວນທີ່ກ່ຽວຂ້ອງໄດ້ເພື່ອນໍາໄປປັບປຸງໃຫ້ດີຂຶ້ນໃນຕໍ່ໜ້າ ເພາະເປົ້າໝາຍ ໂຄງການຄຸ້ມຄອງການຂົນສົ່ງ ແລະ ຕົວເມືອງແບບຍືນຍົງຢູ່ນະຄອນຫຼວງພະບາງ ແມ່ນເພື່ອສ້າງຫຼວງພະບາງເມືອງມໍລະດົກໂລກ ໃຫ້ເປັນເມືອງທີ່ດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ແລະ ເປັນຕົວເມືອງທີ່ຍືນຍົງ.

ການປັບປຸງແກ້ໄຂສະພາບການສັນຈັນໃນຕົວເມືອງຫຼວງພະບາງ ແມ່ນບັນຫາສໍາຄັນທີ່ຕ້ອງໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນ ເນື່ອງຈາກຈໍານວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງໄປທ່ຽວນະຄອນຫຼວງພະບາງ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ການສັນຈອນໄປ-ມາ ໂດຍສະເພາະໃນໄລຍະເວລາໃນງານສໍາຄັນຕ່າງໆ ມີຄວາມແອອັດສົມຄວນ.

- 5 - ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ
- 3 - ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ
- 4 - ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ