ຕິດຕາມກວດກາຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ

ຂ່າວສານກະຊວງເຕັກໂນໂລຊີ ແລະ ສານສື່ສານ ລາຍງານວ່າ: ວັນທີ 7 ກຸມພາ 2025 ຜ່ານມານີ້ ຄະນະຮັບຜິດຊອບຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າ-ອອກ ສປປ ລາວ ຢູ່ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ທີ່ບ້ານ ດົງໂພສີ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ນໍາພາໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງອື່ນໆ ນອກນີ້ ຍັງຈະສືບຕໍ່ຕິດຕາມກວດກາຢູ່ຕາມຈຸດຊາຍແດນອື່ນໆໃນຂອບເຂດທົ່ວປະເທດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີແລະການສື່ສານ ເລກທີ 221/ກຕສ.
ໃນການລົງຊຸກຍູ້ ແລະ ຕິດຕາມ ການກວດກາຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອກວດກາແລະປ້ອງກັນການເຊື່ອມຕໍ່ທີ່ຜິດກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ຮັບປະກັນຄວາມປອດໄພ ທາງດ້ານໄຊເບີ, ປ້ອງກັນການຫຼອກລວງຂອງກຸ່ມຄົນບໍ່ດີ, ກຸ່ມແກ້ງຄໍເຊັນເຕີຕ່າງໆ ພ້ອມທັງຊຸກຍູ້ສົ່ງເສີມການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທົ່ວສັງຄົມສາມາດເຂົ້າເຖິງໄດ້. ບັນດາບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ບໍລິສັດບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ກ່ຽວກັບການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ແລະ ອິນເຕີເນັດ ໂດຍຜ່ານບັນດາຈຸດເຊື່ອມຕໍ່ກັບຕ່າງປະເທດ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍານົດຢ່າງເຂັ້ມງວດ.