ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຟຣັ່ງໂກໂຟນີ ຄັ້ງທີ 34

ຄະນະຜູ້ແທນລາວ ນຳໂດຍ ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດຝຣັ່ງ, ຕາງໜ້າໃຫ້ລັດຖະບານ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 34 ຊຶ່ງຈັດຂຶ້ນ ໃນວັນທີ 25-26 ພະຈິກ 2017 ທີ່ ປາຣີ ປະເທດຝຣັ່ງ. ພ້ອມກັບມີບັນດາລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກປະເທດສະມາຊິກຟຣັງໂກໂຟນີ 84 ປະເທດ ຊຶ່ງໃນນັ້ນມີ 58 ປະເທດສະມາຊິກສົມບູນ, 26 ປະເທດສັງເກດການ ແລະ ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງຄູ່ຮ່ວມງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ໄດ້ດຳເນີນພາຍໃຕ້ຫົວຂໍ້: “ເສດຖະກິດແບບໃຫມ່: ເສດຖະກິດສີຟ້າ ແລະ ເສດຖະກິດສີຂຽວ, ກົນຈັກຂັບເຄື່ອນແບບໃໝ່ ຂອງການເຕີບໂຕ, ການລວມຕົວທາງສັງຄົມ ແລະ ການພັດທະນາແບບຍືນຍົງ”.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ພິຈາລະນາບັນຫາສໍາຄັນຕ່າງໆ ເຊັ່ນ ການແກ້ໄຂວິກິດການ ທາງການເມືອງຢູ່ບາງປະເທດສະມາຊິກ, ການຮ່າງແຜນການ 4 ປີ 2019-2022 ແລະ ວຽກງານບໍລິຫານຢູ່ພາຍໃນອົງການ. ນອກຈາກນີ້, ກອງປະຊຸມໄດ້ພິຈາລະນາບັນຫາທີ່ເຄັ່ງຮ້ອນໃນປັດຈຸບັນ ເຊັ່ນ: ການເຄື່ອນໄຫວ ຂອງກຸ່ມກໍ່ການຮ້າຍ, ການເຄື່ອນຍ້າຍຖິ່ນຖານ ຢູ່ ລີບີ ອັນນຳໄປສູ່ການຄ້າມະນຸດ, ເພື່ອເປັນຂ້າທາດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມດັ່ງກ່າວ ໄດ້ສະແດງຄວາມໄວ້ອາໄລ ຕໍ່ຜູ້ເສຍຊີວິດໃນເຫດການ ກໍ່ການຮ້າຍທີ່ໄດ້ເກີດຂຶ້ນ ຢູ່ ປະເທດມາລີ ແລະ ປະເທດເອຢີບ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງຫຼວງຫຼາຍ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຊົມເຊີຍ ຜົນສຳເລັດຂອງງານມະຫາກຳກິລາ ແລະ ສິລະປະວັນນະຄະດີ ຟຣັງໂກໂຟນີ ຄັ້ງທີ 8 ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 21-30 ກໍລະກົດ 2017 ທີ່ ອາບີຈັງ ປະເທດກົດດີວົວ ແລະ ກອງປະຊຸມ ແມ່ຍິງຟຣັງໂກໂຟນີ ຊຶ່ງໄດ້ຈັດຂຶ້ນໃນວັນທີ 1-2 ພະຈິກ 2017 ທີ່ ບູກາແຣດ ປະເທດຣູມານີ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມ ກໍ່ຄືການກຳນົດຫົວຂໍ້ຂອງກອງປະຊຸມດັ່ງກ່າວນີ້, ອັນມີຄວາມໝາຍຄວາມສຳຄັນ ຫຼາຍສຳລັບບັນດາປະເທດສະມາຊິກຟຣັງໂກໂຟນີ ໃນການພັດທະນາເສດຖະກິດສີຂຽວ, ແນໃສ່ເພື່ອບັນລຸເປົ້າໝາຍ ການພັດທະນາ ແບບຍືນຍົງ; ໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງລັດຖະບານລາວ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແນໃສ່ເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2020; ການກໍານົດແຜນຍຸດທະສາດສໍາລັບການພັດທະນາເສດຖະກິດສີຂຽວ; ຄວາມຫຍຸ້ງຍາກ ດ້ານງົບປະມານ ແລະ ຄວາມຊໍານິຊໍານານໃນວຽກເສດຖະກິດສີຂຽວ ແລະ ໄດ້ສະເໜີໃຫ້ມີການຮ່ວມ ມືຢ່າງມີ ປະສິດທິຜົນ ລະຫວ່າງ ບັນດາປະເທດສະມາຊິກ ກໍ່ຄືການຊ່ວຍເຫຼືອຂອງອົງການ ຟຣັງໂກໂຟນີ ໃນວຽກງານດັ່ງກ່າວ.
ກອງປະຊຸມລະດັບລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 34 ໄດ້ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ, ໂດຍໄດ້ມີການ ພິຈາລະນາສະພາບການການເມືອງຢູ່ໃນບາງປະເທດສະມາຊິກ ແລະ ໄດ້ວາງງົບປະມານ ສຳລັບການດຳເນີນງານ ຂອງອົງການໃນສົກປີ 2018 ຊຶ່ງມີມູນຄ່າ 72.232.036 ເອີໂຣ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາຍັດຕິຕ່າງໆ ຄື: ເສດຖະກິດສີຟ້າ ແລະ ສີຂຽວ; ການຮັກສາສັນຕິພາບ ໂດຍອາໄສການສຶກສາ ແລະ ການປຶກສາຫາລື ລະຫວ່າງສາສະໜາ ແລະ ວັດທະນະທໍາ; ແລະ ການປ່ຽນແປງ ຂອງດິນຟ້າອາກາດ. ພ້ອມທັງ ໄດ້ຮັບຮອງ ເອົາຖະແຫຼງການຂອງກອງປະຊຸມປິດລັບ ກ່ຽວກັບ ການເຄື່ອນຍ້າຍຖິ່ນຖານ ອັນນຳໄປສູ່ການຄ້າມະນຸດ ເພື່ອເປັນຂ້າທາດ ຢູ່ ລີບີ. ພ້ອມດຽວກັນນີ້, ກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການລາຍງານ ສະພາບການກະກຽມ ໃຫ້ແກ່ ກອງປະຊຸມສຸດຍອດຄັ້ງທີ 17 ຊຶ່ງຈະຈັດຂຶ້ນ ຢູ່ ປະເທດອາກເມນີ ໃນເດືອນຕຸລາ ປີ 2018.