ປກສ ແຂວງບໍລິຄຳໄຊ ກວດຢຶດ ແລະ ກັກຕົວຜູ້ກໍ່ເຫດວ່າຈ້າງຕັດໄມ້ ຢູ່ອຸທິຍານແຫ່ງຊາດພູເຂົາຄວາຍ

ເຈົ້າໜ້າທີ່ຕໍາຫລວດສິ່ງແວດລ້ອມ ປກສ ແຂວງບໍລິຄໍາໄຊ ລາຍງານວ່າ: ວັນທີ 6 ມັງກອນ 2025 ຜ່ານມານີ້ເຈົ້າໜ້າທີ່ໄດ້ເຂົ້າກວດຢຶດໄມ້ແຕ້ຮໍຈຳນວນ 103 ຕັບ ແລະ ກັກຕົວທ້າວ ວຽງໄຊ ຂຸນເພັດ ອາຍຸ 48 ປີ ອາຊີບ ຄ້າ-ຂາຍ ຢູ່ບ້ານ ພະບາດ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ວ່າຈ້າງການລັກລອບຕັດໄມ້ແຕ້ຮໍຢູ່ເຂດອຸທະຍານແຫ່ງຊາດພູເຂົາຄວາຍ.
ຜູ້ກ່ຽວໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ວັນທີ 13 ທັນວາ 2024 ຜູ້ກ່ຽວໄດ້ໂທຫາ ທ້າວ ກ ນາມສົມມຸດ ຢູ່ແຂວງຊຽງຂວາງ ໃຫ້ຊອກກໍາມະກອນໄປຕັດໄມ້ໃຫ້ ໂດຍຈະໃຫ້ຄ່າຈ້າງ 5,000,000 ກີບຕໍ່ 1 ແມັດກ້ອນ, ວັນທີ 15 ທັນວາ 2024 ທ້າວ ກ ແລະ ກຳມະກອນອີກ 5 ຄົນໄດ້ມາຫາຢູ່ເຮືອນ ແລະພາໄປສົ່ງຢູ່ຕາດມັງກອນ, ຮອດວັນທີ 1 ມັງກອນ 2025 ທ້າວ ກ ໄດ້ໂທມາບອກວ່າ ຕັດໄມ້ໄດ້ປະມານ 10 ປາຍຕົ້ນ, ແລ້ວເລື່ອຍເປັນຕັບໄດ້ ຈຳນວນ 103 ຕັບ ແລ້ວໃຫ້ນຳມາໄວ້ຢູ່ສະໜາມພັກໄມ້ເຂດຕາດມັງກອນ (ບ້ານທ່າບົກ).
ການກະທຳຂອງ ທ້າວ ວຽງໄຊ ມີເຈດຕະນາຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ໂດຍບໍ່ຖືກຕ້ອງຕາມກົດໝາຍຢ່າງແທ້ຈິງ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ, ເປັນການທຳລາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊີ່ງຜິດຕໍ່ມາດຕາ 311 ຂອງປະມວນ ກົດໝາຍອາຍາ ແຫ່ງ ສປປ ລາວ.
ຮອດວັນທີ 14 ກຸມພາ 2025 ເຈົ້າໜ້າຕໍາຫລວດສິ່ງແວດລ້ອມ ປກສ ແຂວງບໍລິຄຳໄຊ ຈຶ່ງໄດ້ມອບສໍານວນຄະດີພ້ອມດ້ວຍຂອງກາງ ໃຫ້ແກ່ເຈົ້າໜ້າທີ່ກະສິກໍາ ແລະ ປ່າໄມ້ແຂວງ ບໍລິຄໍາໄຊ ພ້ອມກັບຮຽກຕົວ ທ້າວ ວຽງໄຊ ຂຸນເພັດ ເພື່ອສືບຕໍ່ດໍາເນີນການຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ປ້ອງກັນຄວາມສະຫງົບ ບໍລິຄໍາໄຊ