ຄະນະຜູ້ແທນກະຊວງພາຍໃນ ເຂົ້າຮ່ວມກອງປະຊຸມ “ຂໍ້ລິເລີ່ມສາກົນຂອງສາສະໜາພຸດ ແລະ ປະກາດສະຕະວັດແຫ່ງທໍາມະ ຄັ້ງທີ IV”

ວັນທີ 14 ກຸມພາ 2025 ນີ້ ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ຈາກອົງການພຸດທະສາສະນາສໍາພັນລາວ, ສູນກາງແນວລາວສ້າງຊາດ ແລະ ທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ນະຄອນຫຼວງບາງກອກ ແຫ່ງ ຣາຊະອານາຈັກໄທ ເຂົ້າຮ່ວມກອງປະຊຸມ ພາຍໃຕ້ “ຂໍ້ລິເລີ່ມສາກົນຂອງສາສະໜາພຸດ ແລະ ປະກາດສະຕະວັດແຫ່ງທໍາມະຄັ້ງທີ IV ທີ່ນະຄອນຫຼວງບາງກອກ ປະເທດໄທ ໂດຍການຈັດຂຶ້ນຂອງ ມູນລະນິທິ ວິເວການັນດາສາກົນ ຮ່ວມມືກັບ ສະຖາບັນໂພຄະຍາວິຊາໄລ, ມະຫາວິທະຍາໄລ ຈຸລາລົງກອນ ແຫ່ງຣາຊະນາອາຈັກໄທ ແລະ ສະຫະພັນສາສະໜາພຸດສາກົນ ແຫ່ງປະເທດອິນເດຍ.
ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ກ່າວຕໍ່ກອງປະຊຸມວ່າ “ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ກໍເພື່ອທົບທວນຄືນການເດີນຕາມເສັ້ນທາງ ສະຕະວັດແຫ່ງທໍາມະ, ການເດີນທາງຄັ້ງນີ້ບໍ່ແມ່ນພຽງເຫດການທາງປະຫວັດສາດ, ແຕ່ຍັງເປັນການຄົ້ນຫາຢ່າງເລິກເຊິ່ງເຖິງຖອງຫົນທາງໃນການມີພັນທະຮ່ວມກັນເພື່ອສ້າງອານາຄົດທີ່ມີຄວາມຍືນຍົງ ແລະ ມີຄວາມຍຸຕິທໍາເທົ່າທຽມຢ່າງທົ່ວເຖິງ. ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ແກ່ນສານຂອງຫຼັກທໍາຄໍາສອນພຸດທະສາສະໜາ ແມ່ນຍຶດໝັ້ນຫຼັກການສິນທໍາຄວາມຖືກຕ້ອງ, ພັນທະໜ້າທີ່ ແລະ ຈະລິຍະທໍາ ຊຶ່ງມັນຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ທົບທວນຄືນ ການກະທໍາ ແລະ ຜົນກະທົບຂອງການກະທໍາທີ່ເກີດຂຶ້ນອ້ອມຂ້າງພວກເຮົາ. ໃນສະຕະວັດແຫ່ງທໍາມະພວກເຮົາຈົ່ງພ້ອມກັນ ສົ່ງເສີ່ມຄວາມຍືນຍົງ ທີ່ມີລັກສະນະເພິ່ງພາອາໄສເຊິ່ງກັນ ແລະ ກັນ ໝາຍວ່າ: ການຮັບຮູ້ ແລະ ເຂົ້າໃຈແຈ້ງວ່າການຄົງຕົວ ແລະ ມີຊີວິດການເປັນຢູ່ທີ່ດີຂອງພວກເຮົາ ແມ່ນພົວພັນຢ່າງໃກ້ຊິດກັບສະພາບແວດລ້ອມຂອງໂລກພວກເຮົາ. ພວກເຮົາບໍ່ສາມາດດໍາລົງຄົງຕົວແບບໂດດດ່ຽວໄດ້, ຄວາມກ້າວໜ້າຈະເລີນຮຸ່ງເຮືອງຂອງມວນມະນຸດ ແມ່ນອີງໃສ່ຄວາມອຸດົມສົມບູນຂອງທໍາມະຊາດ ແລະ ການປະຕິບັດທີ່ສະເໝີເທົ່າທຽມຕໍ່ທຸກຄົນ. ເພື່ອສາມາດບັນລຸໄດ້ ຄືດັ່ງທີ່ກ່າວມານັ້ນ ມັນຮຽກຮ້ອງໃຫ້ມີການຮ່ວມມືກັນທຸກພາກສ່ວນ ນັບແຕ່ລັດຖະບານ, ພາກທຸລະກິດ ແລະ ນິຕິບຸກຄົນ ທົ່ວສັງຄົມແມ່ນມີບົດບາດ ແລະ ຄວາມຮັບຜິດຊອບ, ມີນະໂຍບາຍໃນການຍົກສູງຄວາມສໍາຄັນຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມເປັນບູລິມະສິດຕົ້ນຕໍ ແລະ ພວກເຮົາທຸກຄົນໃນການໃຊ້ຊີວິດປະຈໍາວັນແຕ່ລະວັນ ກໍ່ຕ້ອງໄດ້ຍົກສຸງສະຕິຄວາມຮັບຜິດຊອບ ເພື່ອສະແດງອອກໃຫ້ເຫັນຄວາມມຸ້ງຫມັ້ນໃນນການສ້າງອານາຄົດທີ່ມີຄວາມຍືນຍົງ. ຫຼັກທໍາຄໍາສອນ ພຸດທະສາສະໜາ ບໍ່ແມ່ນພຽງຄວາມເຫຼື້ອມໃສສັດທາ ແຕ່ຫາກແມ່ນການກະທໍາ ທີ່ເປັນຫົວໃຈຂອງຫຼັກທໍາ, ຊຶ່ງທໍາມະໄດ້ສອນໃຫ້ເຮົາ ໃຊ້ຊີວິດຢ່າງມີຄຸນນະທໍາ, ມີສະຕິລະວັງຕໍ່ຜົນຂອງການກະທໍາ ແລະ ສ້າງຄວາມສະມາຄີປອງດອງກັບເພື່ອນມະນຸດ ແລະ ທໍາມະຊາດ”.