ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ຕິດຕັ້ງເຄື່ອງຈັກກັງຫັນນ້ຳເຄື່ອງທຳອິດ

ໃນວັນທີ 1 ທັນວານີ້ ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໄດ້ຈັດພິທີຕິດຕັ້ງເຄື່ອງຈັກກັງຫັນນ້ຳໄຟຟ້າເຄື່ອງທໍາອິດ ຈາກທັງຫມົດສອງເຄື່ອງ ທີ່ໂຮງຈັກໄຟຟ້າດັ່ງກ່າວ ທີ່ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ, ໂດຍການເຂົ້າຮ່ວມຄະນະບໍລິຫານງານ ແລະ ພະນັກງານຂອງເຂື່ອນໄຟຟ້ານ້ຳງຽບ 1, ຜູ້ຕາງຫນ້າຈາກສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ຄະນະກໍາມະການຄວາມປອດໄພເຂື່ອນທີ່ຖືກແຕ່ງຕັ້ງໂດຍລັດຖະບານລາວ ແລະ ທີ່ປຶກສາດ້ານວິຊາການຂອງຜູ້ໃຫ້ທຶນກູ້ຢືມ.
ເຄື່ອງຈັກກັງຫັນນ້ຳທີ່ມີນ້ຳຫນັກ 30 ໂຕນ ເຊິ່ງແມ່ນຊິ້ນສ່ວນທໍາອິດຂອງລະບົບການຜະລິດພະລັງນ້ຳ ມີໜ້າທີ່ປ່ຽນພະລັງງານນໍ້າໃຫ້ກາຍມາເປັນພະລັງງານໄຟຟ້າ, ດ້ວຍການເຊື່ອມຕໍ່ແກນຂອງເຄື່ອງຈັກກັງຫັນນໍ້າເຂົ້າກັບເຄື່ອງຈັກປັ່ນໄຟ.
ຊິ້ນສ່ວນສຳຄັນຂອງເຄື່ອງຈັກກັງຫັນນ້ຳໄດ້ຜະລິດດ້ວຍເຫລັກສະແຕນເລດທີ່ປະເທດຍີ່ປຸ່ນ ແລະ ປະກອບແຕ່ລະຊິ້ນສ່ວນເຂົ້າກັນໂດຍການຈອດ, ເຊື່ອມ ແລະ ຊ່ຽນ ທີ່ໂຮງງານ Hitachi ຂອງກຸ່ມບໍລິສັດ Mitsubishi Hitachi Power Systems ໃນເມືອງ Hitachi, ແຂວງ ອິບາຣະກິ (Ibaraki) ຍີ່ປູ່ນ.
ການຕິດຕັ້ງເຄື່ອງຈັກກັງຫັນນ້ຳຫນ່ວຍທີສອງຄາດວ່າຈະມີຂຶ້ນໃນເດືອນກຸມພາ 2018.
ທ່ານ ໂຢຊິຮິໂຣ ຢາມາບາຢາຊິ (Mr. Yoshihiro Yamabayashi) ຜູ້ອໍານວຍການບໍລິສັດໄຟຟ້ານໍ້າງຽບ 1 ກ່າວວ່າ: “ການຕິດຕັ້ງເຄື່ອງຈັກກັງຫັນນໍ້າຫນ່ວຍທໍາອິດໄດ້ຖືກປະຕິບັດໄປຕາມແຜນ ແລະ ເປັນຂີດຫມາຍຫນຶ່ງທີ່ສໍາຄັນສໍາລັບໂຄງການເຂື່ອນໄຟຟ້ານ້ຳງຽບ 1 ໃນການຫັນປ່ຽນຈາກວຽກງານວິສະວະກໍາກໍ່ສ້າງ ໄປສູ່ວຽກງານການຕິດຕັ້ງເຄື່ອງຈັັກໄຟຟ້າ ແລະ ກົນຈັກ ເຊິ່ງເຄື່ອງຈັກເຫຼົ່ານີ້ກຳລັງຜະລິດ ແລະ ປະກອບຢູ່ໃນຫລາຍໂຮງງານທີ່ຕ່າງປະເທດ.”
ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ແມ່ນໂຄງການພະລັງງານໄຟຟ້າມີກໍາລັງຕິດຕັ້ງ 290 ເມກາວັດທີ່ກໍາລັງກໍ່ສ້າງທີ່ແຂວງ ບໍລິຄຳໄຊ ແລະ ໄຊສົມບູນ ໂດຍປະກອບມີການກໍ່ສ້າງເຂື່ອນໄຟຟ້າສອງແຫ່ງ ແລະ ເຮືອນຈັກໄຟຟ້າຕາມສາຍແມ່ນ້ຳງຽບ ໃນແຂວງບໍລິຄຳໄຊ ສປປ ລາວ. ຊຶ່ງໄດ້ເລີ່ມມາແຕ່ທ້າຍປີ 2014, ປະກອບມີສີ່ຫນ້າວຽກຫລັກຄັນຕ່າງໆເຊັ່ນ: ວຽກງານກໍ່ສ້າງ, ເຕັກໂນໂລຊີໄຟຟ້າ, ກົນຈັກນໍ້າ ລະບົບສາຍສົ່ງ ແລະ ມາຮອດທ້າຍ ເດືອນຕຸລາ 2017 ກໍໄດ້ເລັດແລ້ວເປັນສ່ວນໃຫຍ່ ປະມານ 86% ຂອງແຜນການ ແລະ ຄາດວ່າຈະສໍາເລັດ 100% ໃນເດືອນສິງຫາ 2018. ຄາດວ່າຈະເລີ່ມຕົ້ນຜະລິດໄຟຟ້າໃຫ້ໄດ້ໃນປີ 2019 ແລະ ປະມານ 95% ຈະສົ່ງຂາຍໃຫ້ປະເທດໄທ ແລະ ສ່ວນທີ່ເຫຼືອຈະນໍາໃຊ້ຢູ່ພາຍໃນ.