ລັດຖະບານຍີ່ປຸ່ນ ຊ່ວຍເຫລືອລ້າ ກໍ່ສ້າງສຸກສາລາ ໜອງແຕ້ ເມືອງຈຳປາສັກ ມູນຄ່າ 66 ພັນກວ່າ ໂດລາສະຫະລັດ

ວັນທີ 17 ກຸມພາ 2025, ແຂວງຈຳປາສັກ ໄດ້ເຊັນສັນຍາ ໂຄງການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ໃນໂຄງການກໍ່ສ້າງສຸກສາລາ ໜອງແຕ້ ຫລັງໃໝ່ ຢູ່ເມືອງຈໍາປາສັກ ແຂວງຈໍາປາສັກ ໃນມູນຄ່າລວມ 66,000 ກວ່າໂດລາສະຫະລັດ ເຊິ່ງພະແນກສາທາລະນະສຸກ ແຂວງຈໍາປາສັກ ເປັນເຈົ້າຂອງໂຄງການ. ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງທ່ານທູດຢີ່ປຸ່ນ ປະຈຳລາວ ທີ່ຍາມໃດກໍ່ໃຫ້ຄວາມສໍາຄັນ ໃຫ້ການຊ່ວຍເຫຼືອ ສປປ ລາວ ກໍ່ຄືແຂວງຈໍາປາສັກ ຕະຫຼອດມາ, ຕີລາຄາສູງ ຕໍ່ການຊ່ວຍເຫຼືອອັນສຸດທີ່ມີຄວາມໝາຍຄວາມສໍາຄັນ ແລະ ມີຄຸນປະໂຫຍດຫຼວງຫຼາຍ ໃຫ້ແກ່ການບໍລິການສຸຂະພາບ ຂອງປະຊາຊົນ ໃຫ້ໄດ້ດີຂື້ນກວ່າເກົ່າ ເປັນການປະກອບສ່ວນໃນການພັດທະນາພື້ນຖານໂຄງລາງ ຂອງຂະແໜງສາທາລະນະສຸກຂອງແຂວງຈຳປາສັກ ກໍ່ຄືຂັ້ນທ້ອງຖິ່ນ.
ນັບແຕ່ປີ 2022 ຜ່ານມາ ພະແນກສາທາລະນະສຸກ ແຂວງຈໍາປາສັກ ໄດ້ຮັບງົບປະມານການຊ່ວຍ ເຫລືອ ລ້າຈາກ ສະຖານທູດຍີ່ປຸ່ນປະຈຳລາວ ໃນໂຄງການກໍ່ສ້າງຕຶກນອນຄົນເຈັບຢູ່ໂຮງໝໍແຂວງຈໍາປາສັກ ເປັນມູນຄ່າລວມທັງໝົດຫຼາຍກວ່າ 358,500 ກວ່າໂດລາສະຫະລັດ, ການຊ່ວຍ ເຫລືອດັ່ງກ່າວ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈໍາປາສັກ ໂດຍສະເພາະ ພື້ນຖານໂຄງລ່າງຂອງຂະແໜງການສາທາລະນະສຸກ ເປັນຕົ້ນ ຫຼຸດຜ່ອນຄວາມຄັບແຄບ ແອອັດ ໃນສະຖານທີ່ ຄົນເຈັບນອນ ປິ່ນປົວ ຢູ່ໂຮງໝໍແຂວງໃນປະຈຸບັນ.