ການຄ້າເມືອງໝອກ ທຳລາຍເບຍລັກລອບນຳເຂົ້າ ແລະ ສິນຄ້າໝົດອາຍຸ
February 18, 2025 - 4:35 PM

ວັນທີ 13 ກຸມພາ 2025 ຜ່ານມານີ້, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໝອກ ໄດ້ຈັດພິທີທໍາລາຍສິນຄ້າທີ່ຜິດກົດໝາຍ ສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຄ້າຫລົບຫລີກພາສີ ໂດຍການເຂົ້າຮ່ວມຂອງທ່ານ ສົມໃຈ ບຸບຜາສານ ຮອງເຈົ້າເມືອງໆໝອກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສັນຕິສຸກ ວົງພະຈັນ ລາຍງານວ່າ ການທໍາລາຍສິນຄ້າທີ່ຜິດກົດໝາຍ ຄັ້ງນີ້ປະກອບມີ: 3 ປະເພດຄື: ສິນຄ້າໝົດອາຍຸ – ເສື່ອມຄຸນນະພາບ 30 ລາຍການ, ສິນຄ້າຕ້ອງຫ້າມ 6 ລາຍການ ແລະ ສິນຄ້າຫລົບຫລີກພາສີ 2 ລາຍການຄື: ຢາສູບ ແລະ ເບຍຫວຽດ ລວມມີທັງໝົດ 38 ລາຍການ ມູນຄ່າ 16 ລ້ານກວ່າກີບ.
ທີ່ມາ: ໜັງສືພິມຊຽງຂວາງມີໄຊ