ເບຣຊິນ ປະກາດເຂົ້າຮ່ວມກຸ່ມ OPEC+

ເບຣຊິນປະກາດການຕັດສິນໃຈເຂົ້າຮ່ວມເປັນສະມາຊິກກຸ່ມປະເທດຜູ້ສົ່ງອອກນໍ້າມັນ (ໂອເປກ) ແລະ ປະເທດພັນທະມິດ ຫລື ໂອເປກພລັສ (POEC+).
ທ່ານ ອາເລັກຊານເດຣ ຊິລເວຣາ ລັດຖະມົນຕີວ່າການກະຊວງບໍ່ແຮ່ ແລະ ພະລັງງານຂອງເບຣຊິນ ປະກາດການຕັດສິນໃຈດັ່ງກ່າວໃນວັນທີ 18 ກຸມພາ ໂດຍລະບຸວ່າບໍ່ມີການຂັດແຍ່ງໃດໆໃນກໍລະນີທີ່ເບຣຊິນຈະເຂົ້າຮ່ວມກຸ່ມໂອເປກພລັສ ລວມທັງປະຕິບັດຕາມພັນທະກໍລະນີດ້ານສິ່ງແວດລ້ອມທີ່ເບຣຊິນເຄີຍໃຫ້ໄວ້ ໂດຍເບຣຊິນຈະເປັນເຈົ້າພາບຈັດກອງປະຊຸມລັດພາຄີຂອບອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບອາກາດ ສະໄໝທີ 30 (COP30) ໃນເດືອນພະຈິກນີ້.
“ນີ້ຄືໄລຍະເວລາປະຫວັດສາດສໍາລັບເບຣຊິນ ແລະ ອຸດສາຫະກໍາພະລັງງານ ເຊິ່ງເປັນການເປີດບົດໃໝ່ໃນປະຫວັດສາດຂອງການເຈລະຈາ ແລະ ການຮ່ວມມືໃນດ້ານພະລັງງານ” ລັດຖະມົນຕີກະຊວງພະລັງງານເບຣຊິນກ່າວພາຍຫລັງເປັນປະທານກອງປະຊຸມສະພານະໂຍບາຍພະລັງງານແຫ່ງຊາດ.
ນອກຈາກນີ້, ເບຣຊິນຈະເຂົ້າຮ່ວມກົດບັດການຮ່ວມມືໂອເປັກ (OPEC Charter on Cooperation) ເຊິ່ງກຸ່ມໂອເປກລະບຸວ່າ: ເປັນຂອບການເຮັດວຽກເພື່ອ “ອໍານວຍຄວາມສະດວກໃນການຮ່ວມມື ແລະ ການເຈລະຈາລະຫວ່າງຜູ້ເຂົ້າຮ່ວມ ຄວບຄຸມລະດັບເຕັກນິກ ແລະ ລະດັບການວິໄຈ ເພື່ອສະຖຽນລະພາບຂອງຕະຫລາດນໍ້າມັນ”.
ສໍານັກຂ່າວຊິນຮົວລາຍງານວ່າ: ລັດຖະບານເບຣຊິນຍັງປະກາດການຕັດສິນໃຈເຂົ້າຮ່ວມເປັນສະມາຊິກອົງການພະລັງງານສາກົນ (IEA) ແລະ ອົງການພະລັງງານໝູນວຽນສາກົນ (IRENA) ເຊັ່ນກັນ.