ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ

- 480798970 1197635569031516 6404195765913557535 n - ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ
- kitchen vibe - ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ

ວັນທີ 18 ກຸມພາ 2025 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມ ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ , ມີຮອງເຈົ້າແຂວງວຽງຈັນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ  ແລະ ຕາງໜ້າອົງການປົກຄອງທ້ອງຖິ່ນ ແຂວງອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ແມ່ນເພື່ອສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໃນໄລຍະຜ່ານມາ ແລະ ຄົ້ນຄວ້າປຶກສາຫາລື ກໍານົດທິດທາງ ການແກ້ໄຂ ປາກົດການຫຍໍ້ທໍ້, ບັນດາໄພຂົ່ມຂູ່ທີ່ເກີິດຂຶ້ນ ເປັນຕົ້ນ: ບັນຫາການ ບຸກ ລຸກຈັບຈອງທີ່ດິນ, ການລັກລອບຕັດໄມ້ທີ່ຜິດກົດໝາຍ, ການບຸກລຸກປ່າໄມ້,ການຈູດປ່າແບບຊະຊາຍ , ການລ່າສັດປ່າ, ການປ່ອຍສັດ-ລ້ຽງສັດ ແລະ ການອະນຸຍາດດໍາເນີນກິດຈະການຕ່າງໆ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ການປຶກສາຫາລືເພື່ອຊ່ວຍກັນແກ້ໄຂບັນຫາ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນສະພາບປັດຈຸບັນ ເພື່ອເປັນແນວທາງ ໃນການ ກໍານົດທິດທາງແຜນການ ແລະ ມາດຕາການແກ້ໄຂໃນຕໍ່ໜ້າ ໃຫ້ຖືກຕ້ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງ ປົກປັກຮັກສາ ຊັບພະຍາກອນປ່າໄມ້ ໃນເຂດດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ໃຫ້ມີປະສິດທິຜົນ.

- 5 - ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ
- 4 - ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ
- 3 - ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ