ໂຄງການໄຟຟ້າພະລັງນໍ້າໄຊຍະບູລີ ສຳເລັດແລ້ວ 85%

ແຫລ່ງຂ່າວໄຊຍະບູລີ ໃຫ້ຮູ້ວ່າ: ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ໄດ້ເລີ່ມລົງມືແຕ່ປີ 2012 ເຊິ່ງມາຮອດ ປັດຈຸບັນ ສຳເລັດແລ້ວ 85% ແລະ ຄາດວ່າຮອດປີ 2019 ຈະໄດ້ເປີດເຄື່ອງຜະລິດໄຟຟ້າຈຳນວນໜຶ່ງ.
ທ່ານ ອານຸພາບ ວົງລະຄອນ ຮອງຜູ້ຈັດການບໍລິສັດ ໄຊຍະບູລີ ພາວເວີ ໄດ້ເປີດເຜີຍຕໍ່ ທີມ ງານຂ່າວ ແຂວງໄຊຍະບູລີ ໃນວັນທີ 24 ພະຈິກນີ້ວ່າ: ເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ໄດ້ຮັບການອອກແບບ ໂດຍໃຊ້ວິສະວະກຳຊັ້ນນຳດ້ານໄຟຟ້າພະລັງນໍ້າ ໂດຍ ວິສະວະກອນ ທີ່ປຶກສາທີ່ມີປະສົບການ ແລະ ຄວາມຊ່ຽວຊານສູງ ໃນລະດັບສາກົນເຊັ່ນ: ບໍລິສັດ PoyRy, ບໍລິສັດ AF-Comsuit ຈາກປະເທດສະວິດ, ບໍລິສັດ CNR ຈາກປະເທດຝຣັ່ງ ແລະ ບໍລິສັດ TEAM GROUP ຈາກປະເທດໄທ ເພື່ອສ້າງເປັນເຂື່ອນນໍ້າໄຫລ ໂດຍສະເລ່ຍ 4.000 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28,5 ແມັດ, ຄວາມກ້ວາງຂອງສັນເຂື່ອນ 820 ແມັດ ມີປະຕູລະບາຍນໍ້າ 7 ປ່ອງ ແລະ ປະຕູລະບາຍຕະກອນ 4 ປ່ອງ, ມີຊ່ອງທາງເຮືອຂຶ້ນລ່ອງ ກວ້າງ 12 ແມັດ, ຍາວ 700 ແມັດ ສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500 ໂຕນ. ເຂື່ອນດັ່ງກ່າວ, ມີກຳລັງຕິດຕັ້ງໄຟຟ້າທັງໝົດ 1.285 ເມກາວັດ.
ທ່ານ ອານຸພາບ ວົງລະຄອນ ໃຫ້ຮູ້ອີກວ່າ: ເຂື່ອນແຫ່ງນີ້ ມີເຄື່ອງກຳເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ, ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນ ຂາຍໃຫ້ການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ ດ້ວຍລາຄາ 500 ກີບ ຕໍ່ກິໂລວັດໂມງ ແລະ ມີເຄື່ອງກຳເນີດໄຟຟ້າ 60 ເມກາວັດ 1 ຊຸດ ແມ່ນຈະສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປ ລາວ.
ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ, ເມື່ອເຂື່ອນດັ່ງກ່າວສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການແລ້ວຈະນຳຜົນປະໂຫຍດມາໃຫ້ປະເທດຊາດ ໂດຍສະເພາະແມ່ນຜົນໄດ້ຮັບ ການເສຍອາກອນ, ຄ່າສຳປະທານ ແລະ ຮຸ້ນຂອງລາວ ທີ່ມີຢູ່ໃນໂຄງການນີ້ ສະເລ່ຍແລ້ວ ປີໜຶ່ງຈະໄດ້ 135 ລ້ານໂດລາ ໃນໄລຍະສໍາປະທານ 29 ປີ (2019-2048) ຈາກນັ້ນຈະໂອນໂຄງການດັ່ງກ່າວ ໃຫ້ລັດຖະບານລາວເປັນຜູ້ນຳໃຊ້ຕໍ່ໄປ.