ສະພາຫວຽດນາມອະນຸມັດແຜນສ້າງລົດໄຟເຊື່ອມຈີນ 8,000 ລ້ານໂດລາ

ສະພາຫວຽດນາມອະນຸມັດແຜນສ້າງລົດໄຟເຊື່ອມຈີນ 8,000 ລ້ານໂດລາ - 222 8 - ສະພາຫວຽດນາມອະນຸມັດແຜນສ້າງລົດໄຟເຊື່ອມຈີນ 8,000 ລ້ານໂດລາ
ສະພາຫວຽດນາມອະນຸມັດແຜນສ້າງລົດໄຟເຊື່ອມຈີນ 8,000 ລ້ານໂດລາ - kitchen vibe - ສະພາຫວຽດນາມອະນຸມັດແຜນສ້າງລົດໄຟເຊື່ອມຈີນ 8,000 ລ້ານໂດລາ

      ສະພາແຫ່ງຊາດຫວຽດນາມອະນຸມັດແຜນສ້າງທາງລົດໄຟມູນຄ່າ 8,000 ລ້ານໂດລາສະຫະລັດ ເພື່ອເຊື່ອມລະຫວ່າງເມືອງທ່າທາງເໜືອໃຫຍ່ທີ່ສຸດຂອງປະເທດ ແລະ ຊາຍແດນຂອງປະເທດຈີນ.

      ລະຫວ່າງກອງປະຊຸມສະພາແຫ່ງຊາດຫວຽດນາມ ໃນວັນທີ 19 ກຸມພາ ໂຄງການກໍ່ສ້າງທາງລົດໄຟຫວຽດນາມ-ຈີນ ໄດ້ຮັບການສະໜັບສະໜູນຈາກສະມາຊິກສະພາສູງເຖິງ 95% ໃນການລົງຄະແນນສຽງ.

       ເສັ້ນທາງລົດໄຟສາຍໃໝ່ເຊິ່ງມີໄລຍະທາງ 390 ກິໂລແມັດ ຈະເຊື່ອມຕໍ່ເມືອງຮາຍຟອງ ທາງພາກເໜືອຂອງປະເທດ ເຂົ້າກັບແຂວງລາຍກາຍ ຢູ່ທາງຕາເວັນຕົກສຽງເໜືອຂອງຫວຽດນາມ ເຊິ່ງຢູ່ຕິດກັບມົນທົນຢູນໜານ ທາງຕາເວັນຕົກສຽງໃຕ້ຂອງຈີນ ແລະ ຈະແລ່ນຜ່ານນະຄອນຫລວງຮ່າໂນ້ຍ.

       ທັງນີ້, ຈີນຈະຈັດຫາເງິນທຶນບາງສ່ວນຜ່ານເງິນກູ້ສໍາລັບໂຄງການ ແລະ ຄາດວ່າຈະໃຊ້ງົບປະມານຫລາຍກວ່າ 8,000 ລ້ານໂດລາສະຫະລັດ.

ສະພາຫວຽດນາມອະນຸມັດແຜນສ້າງລົດໄຟເຊື່ອມຈີນ 8,000 ລ້ານໂດລາ - 5 - ສະພາຫວຽດນາມອະນຸມັດແຜນສ້າງລົດໄຟເຊື່ອມຈີນ 8,000 ລ້ານໂດລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!