ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK

ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK - 111 11 - ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK
ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK - kitchen vibe - ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK

       ລັດຖະບານການາດາເດີນໜ້າຈັດຊື້ວັກຊີນໄຂ້ຫວັດສັດປີກຈາກບໍລິສັດຈີເອສເຄ (GSK) ຮອບທໍາອິດ 500,000 ໂດສ ເພື່ອປ້ອງກັນກຸ່ມສ່ຽງທີ່ຕ້ອງສໍາຜັດໃກ້ຊິດກັບສັດທີ່ຕິດເຊື້ອ ໂດຍການາດາພົບຜູ້ຕິດເຊື້ອໄຂ້ຫວັດສັດປີກທໍາອິດໃນປະເທດເດືອນພະຈິກຜ່ານມາ.

      ສໍານັກງານສາທາລະນະສຸກຂອງການາດາ (PHAC) ລະບຸໃນວັນທີ 19 ກຸມພາວ່າ: ເຖິງວ່າປັດຈຸບັນນີ້ປະຊາຊົນທົ່ວໄປຍັງມີຄວາມສ່ຽງຕໍ່າ, ແຕ່ຜູ້ທີ່ຕ້ອງໃກ້ຊິດກັບສັດຕິດເຊື້ອຄວນລະມັດລະວັງ ແລະ ປ້ອງກັນຢ່າງເຂັ້ມງວດ.

ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK - Visit Laos Visit SALANA BOUTIQUE HOTEL - ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK
ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK - Visit Laos Visit SALANA BOUTIQUE HOTEL - ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK

     ສໍາລັບວັກຊີນທີ່ຈັດຊື້ຄັ້ງນີ້ຖືເປັນສ່ວນໜຶ່ງຂອງແຜນຮັບມືສະຖານະການສຸກເສີນ ໂດຍ PHAC ຈະແບ່ງໃຫ້ແຕ່ລະລັດ ແລະ ເຂດປົກຄອງຕາມຄວາມສ່ຽງ ແລະ ຄວາມເທົ່າທຽມ ເຊິ່ງ 60% ຈະກະຈາຍໄປຕາມພື້ນທີ່ຕ່າງໆ, ສ່ວນທີ່ເຫລືອ 40% ຈະເກັບໄວ້ໃນສາງສໍາຮອງຂອງລັດຖະບານ ເພື່ອກຽມຄວາມພ້ອມຮັບມືໃນລະດັບປະເທດ.

      ທ່ານ ມາກ ຮໍແລນ ລັດຖະມົນຕີກະຊວງສາທາລະນະສຸກການາດາ ກ່າວວ່າ: “ການກຽມພ້ອມຄັ້ງນີ້ ລວມທັງການຈັດຫາວັກຊີນ ສະທ້ອນໃຫ້ເຫັນເຖິງຄວາມມຸ້ງໝັ້ນໃນການກຽມພ້ອມຮັບມືຕໍ່ໄພຄຸກຄາມຕໍ່ສຸຂະພາບຂອງປະຊາຊົນທີ່ອາດເກີດຂຶ້ນ”.

       ສໍານັກຂ່າວຣອຍເຕີລາຍງານວ່າ: ມາຮອດປັດຈຸບັນ ຍັງບໍ່ພົບຫລັກຖານການແຜ່ກະຈາຍຂອງເຊື້ອໄວຣັສຈາກຄົນສູ່ຄົນຢ່າງຕໍ່ເນື່ອງໃນຄົນເຈັບທີ່ພົບທົ່ວໂລກ.

ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK - 3 - ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK
ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK - 4 - ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK
ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK - 5 - ການາດາທຸ້ມງົບຈັດຊື້ວັກຊີນໄຂ້ຫວັດສັດປີກ 500,000 ໂດສຈາກ GK