ຈັບຕົວຜູ້ຄ້າ-ຂາຍ ໃບກະທ໋ອມ ລາຍໃຫຍ່ ໂພສຂາຍຜ່ານຊ່ອງທາງຕິກຕັອກ ພ້ອມພວກກຸ່ມມົ້ວສຸມດື່ມນໍ້າກະທ່ອມ 5 ຄົນ

ວັນທີ 18 ກຸມພາ 2025, ພະແນກຕຳຫລວດ ປກສ ເມືອງໂພນໂຮງ ຈັບຜູ້ຄ້າ-ຂາຍ ໃບກະທ່ອມ ລາຍໃຫຍ່ ພ້ອມດ້ວຍກຸ່ມມົ່ວສຸມດື່ມນ້ຳກະທ່ອມ ຈຳນວນ 5 ຄົນ ມາສືກສາອົບຮົມ ໂດຍການເປັນປະທານຂອງ ພັທ ວິໄລທອງ ຫລວງອາໄພ ຮອງຫົວໜ້າກອງບັນຊາການ ປກສ ໂພນໂຮງ ມີກຸ່ມມົ້ວສຸມດື່ມນໍ້າກະທ່ອມ ແລະ ຜູ້ຂາຍ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ພັທ ວິໄລທອງ ຫລວງອາໄພ ຮອງຫົວໜ້າກອງບັນຊາການ ປກສ ໂພນໂຮງ ໃຫ້ຮູ້ວ່າ: ໃນວັນທີ 13 ກຸມພາ 2025 ເຈົ້າໜ້າທີ່ໜ່ວຍງານ ສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ໄດ້ລົງມ້າງຈຸດມົ່ວສຸມ ດື່ມນ້ຳກະທ່ອມຢູ່ບ້ານ ນາເລົາ ເມືອງ ໂພນໂຮງ ແລະ ໄດ້ກັກຕົວຜູ້ຖືກຫາໄດ້ 5 ຄົນຄື: ທ້າວ ຕົ້ນທອງ ອາຍຸ 24 ປີ ອາຊີບ ຊາວນາ ຢູ່ບ້ານ ນາເລົາ ເມືອງ ໂພນໂຮງ ແຂວງວຽງຈັນ ພ້ອມຂອງກາງໃບກະທ່ອມ 107 ກິໂລກລາມ, ກັນຊາ 200 ກລາມ; ທ້າວ ຊ້າງນ້ອຍ ອາຍຸ 21 ປີ, ທ້າວ ສາລີ ອາຍຸ 20 ປີ, ທ້າວປັນຈາ ອາຍຸ 20 ປີ ແລະ ທ້າວ ເຈມ ອາຍຸ 17 ປີ ຈາກນັ້ນເຈົ້າໜ້າທີ່ຈິ່ງໄດ້ນຳຕົວພວກກ່ຽວມາສຶກສາອົບຮົມ ແລ້ວນຳຕົວທ້າວ ຕົ້ນທອງ (ຜູ້ຂາຍ) ມາທຳການສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນ ທ້າວ ຕົ້ນທອງ ຮັບສາລະພາບວ່າ: ໃບກະທ່ອມ ແລະ ກັນຊາທີ່ເຈົ້າໜ້າ ທີ່ກວດພົບເຫັນນັ້ນແມ່ນເປັນຂອງຕົນແທ້ ຊຶ່ງໄດ້ສັ່ງຊື້ໃບກະທ່ອມ ນໍາທ້າວ ແສງອາຄົມ ຢູ່ນະຄອນ ຫລວງວຽງຈັນ ໃນຄາລາ 14,000,000 ກີບ ໂດຍແບ່ງອອກເປັນ 2 ຮ່ວງຄື: ຮ່ວງຂອງຕົນເອງ ແລະ ຮ່ວງຂອງທ້າວ ຄຳພອນ ຢູ່ແຂວງ ອຸດົມໄຊ, ສ່ວນກັນຊາ ແມ່ນ ໄດ້ໂທໃຫ້ໝູ່ຊື່ທ້າວ ເລ່ ອາຍຸ 19 ປີ ຢູ່ບ້ານ ນາເລົາ ເມືອງ ໂພນໂຮງ ແຂວງວຽງຈັນ ທີ່ກຳລັງສຶກສາຢູ່ນະຄອນຫລວງວຽງຈັນ ຊື້ກັນຊາໃນລາຄາ 1,000,000 ກີບ ໄດ້ 200 ກລາມ, ກັນຊາທີ່ຊື້ນັ້ນແມ່ນຊື້ມາໄວ້ສູບເອງ.
ຜ່ານການສັ່ງເກດຕີລາຄາ ແລະ ສັງລວມຂໍ້ມູນທັງໝົດເຫັນວ່າ ທ້າວ ຕົ້ນທອງ ມີຢາເສບຕິດປະເພດ ກັນຊາ ແລະ ໃບກະທ່ອມ ໄວ້ໃນຄອບຄອງຢ່າງແທ້ຈິງ ເຊິ່ງຜິດຕໍ່ກົດໝາຍມາດຕາ 315 ແລະ ມາດຕາ 275 ຂອງປະມວນກົດໝາຍອາຍາສະບັບປັງປຸງ ປີ 2017.
ທີ່ມາ: ປກສ ແຂວງວຽງຈັນ