ຈະນຳໃຊ້ທຶນ ຫລາຍກວ່າ 145 ຕື້ກີບ ເຂົ້າໃນການ ປັບປຸງ ພັດທະນາ ສະໜາມບິນລ້ອງແຈ້ງ

ວັນທີ 19 ກຸມພາ 2025 ນີ້, ແຂວງໄຊສົມບູນ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການພັດທະນາສະໜາມບິນເກົ່າ ຢູ່ເມືອງລ້ອງແຈ້ງ ຄືນໃໝ່ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ແລະ ສັງຄົມ, ໂດຍການເປັນປະທານຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ, ມີ ພົຕ ຄຳເຫລັກ ແສງພະຈັນ, ຜູ້ບັນຊາການທະຫານອາກາດ ພ້ອມດ້ວຍຄະນະ ຕະຫລອດຮອດຫົວໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພົຕ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ແຈ້ງວ່າ: ຜ່ານການລົງເກັບກໍາຂໍ້ມູນຕົວຈິງຢູ່ເດີ່ນບິນເກົ່າລ້ອງແຈ້ງ ແລະ ຄິດໄລ່ມູນຄ່າການປັບປຸງຟື້ນຟູເດີ່ນບິນແລ້ວ ຈະໄດ້ນຳໃຊ້ງົບປະມານໃນການປັບປຸງ ເປັນມູນຄ່າຫຼາຍກວ່າ 145 ຕື້ກີບ ແລະ ກອງບັນຊາການທະຫານອາກາດ ກະຊວງປ້ອງກັນປະເທດ ໄດ້ລົງນາມໃນສັນຍາຮັບເໝົາໂຄງການກໍ່ສ້າງປັບປຸງສະໜາມບິນ ແລະ ທາງເວັ້ນສະໜາມບິນ ກັບບໍລິສັດ ບຸຜາພັດທະນາກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ສໍາຫຼວດ-ອອກແບບ ຈໍາກັດຜູ້ດຽວ ເປັນທີ່ຮຽບຮ້ອຍແລ້ວ.
ການປັບປຸງຟື້ນຟູສະໜາມບິນເກົ່າລ້ອງແຈ້ງຄັ້ງນີ້ ທາງກະຊວງປ້ອງກັນປະເທດ ແລະ ບໍລິສັດທີ່ຮ່ວມທຶນ ໄດ້ສະເໜີໃຫ້ທາງແຂວງ ຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອປະສານສົມທົບກັບທາງຄະນະຮັບຜິດຊອບກະຊວງປ້ອງກັນປະເທດ ໃນການລົງກຳກັບຂໍ້ມູນຂອງປະຊາຊົນ ທີ່ອາໄສຢູ່ໃນຂອບເຂດດັ່ງກ່າວໃຫ້ລະອຽດຈະແຈ້ງ ເພື່ອໄກ່ເກ່ຍຊົດເຊີຍໃຫ້ແກ່ຄອບຄົວປະຊາຊົນ ແລະ ການຍົກຍ້າຍຈັດສັນໃຫ້ເໝາະສົມ ເພື່ອຈະເຮັດໃຫ້ການປັບປຸງຟື້ນຟູເດີ່ນບິນດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການທີ່ໄດ້ວາງໄວ້.
ຜ່ານການປຶກສາຫາລືໃນຄັ້ງນີ້ ແຂວງໄຊສົມບູນ ເຫັນດີກ່ຽວກັບການປັບປຸງຟື້ນຟູເດີ່ນບິນດັ່ງກ່າວ ແລະ ມອບໃຫ້ທາງບັນດາພະແນກການທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ແລະ ປະສານສົມທົບກັບພະແນກແຜນການ ແລະ ການລົງທຶນ ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ພະແນກການເງິນ ແຂວງ ເພື່ອຄົ້ນຄວ້າແຜນງົບປະມານໃນໂຄງການປັບປຸງພັດທະນາເດີ່ນບິນເກົ່າລ້ອງແຈ້ງ ໃຫ້ໄດ້ລົງມືຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສັງຄົມຢ່າງເປັນປົກກະຕິ.
ທີ່ມາ: ຈົດໝາຍຂ່າວ ໄຊສົມບູນ