ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

ວັນທີ 20 ກຸມພາ 2025ນີ້ ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວບກົດໝາຍໃນຂົງເຂດຍຸຕິທຳ ທີ່ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຮາຢາໂຕະ ຢາໂອອິຕະ ຫົວໜ້າໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພື່ອເປັນການຈັດຕັ້ງຜັນຂະຫຍາຍະຕິຂອງສະພາແຫ່ງຊາດກ່ຽວກັບການປະເມີນກົດໝາຍ, ໂດຍມອບໃຫ້ ອອປສ ໄດ້ປະເມີນ ແລະ ປັບປຸງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ. ໃນປີ 2025 ອອປສ ໄດ້ຄົ້ນຄວ້າ ແລະ ປັບປຸງກົດໝາຍດັ່ງກ່າວ ເປັນການປະກອບສ່ວນໃນການກະກຽມຄວາມພ້ອມໃນການປັບປຸງກົດໝາຍ ການດຳເນີນຄະດີອາຍາ. ພ້ອມນີ້, ທັງເປັນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາການດຳເນີນຄະດີອາຍາຂອງອົງການໄອຍະການປະຊາຊົນໃຫ້ມີປະສິດທິພາບ ຈຶ່ງໄດ້ຈັດກອງປະຊຸມບົດຮຽນແລກປ່ຽນທາງດ້ານວິຊາການຮ່ວມກັບຊ່ຽວຊານຈາກປະເທດຍີ່ປຸ່ນ ຈາກໂຄງການ J-ROL ຂຶ້ນ ໃນ 4 ຫົວຂໍ້ສຳຄັນຄື:
1. ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃນການຕິດຕາມກວດກາການດຳເນີນຄະດີຢາເສບຕິດ, ການສັ່ງຟ້ອງຜູ້ກະທຳຜິດ ແລະ ການຖະແຫລງຂື້ນສານ.
2. ການຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃນການເຂົ້າຮ່ວມປະຊຸມສານໂດຍສະເພາະແມ່ນ ການໂຕ້ຖຽງໃນທີ່ປະຊຸມສານ.
3. ຍົກສູງຄຸນນະພາບວຽກງານຕິດຕາມກວດກາການດຳເນີນຄະດີອາຍາ, ການອອກຄຳສັັ່ງເປີດການສືບສວນ-ສອບສວນ, ການຕໍ່ກໍານົດເວລາການສືບສວນ-ສອບສວນ ການອອກຄໍາສັ່ງກັກຂັງພາງ, ການຕໍ່ກໍານົດເວລາການກັກຂັງພາງ.
4. ຕິດຕາມກວດກາການໂຈະການດໍາເນີນຄະດີ ແລະ ການຊັດມ້ຽນຄະດີ.
ທີ່ມາ: ໜັງສືພິມປະຊາຊົນ