ອິນໂດເນເຊຍເລັ່ງສ້າງເຮືອນລາຄາປະຢັດ 3 ລ້ານຫລັງ ຊ່ວຍຜູ້ມີລາຍໄດ້ຕໍ່າ

ລັດຖະບານອິນໂດເນເຊຍມີແຜນຮ່ວມມືກັບພາກເອກະຊົນກໍ່ສ້າງເຮືອນ 3 ລ້ານຫລັງ ສໍາລັບຜູ້ມີລາຍໄດ້ຕໍ່າ ໂດຍກະຊວງການເງິນຈະອອກຫລັກຊັບຂອງລັດເພື່ອໃຊ້ເປັນເງິນທຶນຕົ້ນຕໍສໍາລັບການກໍ່ສ້າງ.
ທ່ານ ນາງ ສີມຸລຢານີ ອິນທຣາວຕີ ລັດຖະມົນຕີກະຊວງການເງິນອິນໂດເນເຊຍ ກ່າວວ່າ: ພາກລັດຈະເພີ່ມການສະໜັບສະໜູນໃຫ້ກຸ່ມຜູ້ມີລາຍໄດ້ຕໍ່າ ດ້ວຍການສ້າງເຮືອນ ແລະ ຫວັງວ່າແຜນລິເລີ່ມນີ້ຈະຊ່ວຍເພີ່ມຄວາມສາມາດໃນການຊື້ເຮືອນຂອງປະຊາຊົນ.
ສ່ວນກະຊວງເຄຫາ ແລະ ການຕັ້ງຖິ່ນຖານຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານເປີດກວ້າງສໍາລັບໂຄງການຮ່ວມມືລະຫວ່າງພາກລັດກັບພາກເອກະຊົນ ເພື່ອສົ່ງເສີມການກໍ່ສ້າງທີ່ຢູ່ອາໄສລາຄາປະຢັດ.
ທ່ານ ມາຣູອາຣາ ຊິຣາອິດ ລັດຖະມົນຕີກະຊວງເຄຫາ ແລະ ການຕັ້ງຖິ່ນຖານ ກ່າວວ່າ: ການສ້າງເຮືອນເຫລົ່ານີ້ຈໍາເປັນຕ້ອງອາໄສການຮ່ວມມືຈາກຫລາຍຝ່າຍ ແທນທີ່ຈະອາໄສພຽງງົບປະມານຂອງລັດຖະບານ ແລະ ການຮ່ວມມືເປັນສິ່ງສໍາຄັນ ເພື່ອບັນລຸເປົ້າໝາຍການພັດທະນາເຮືອນ 3 ລ້ານຫລັງ ຕາມໂຄງການຂອງພົນໂທ ປຣາໂບໂວ ຊູບຽນໂຕ ຜູ້ນໍາອິນໂດເນເຊຍ.