ແຂວງໄຊສົມບູນ ແຈ້ງຂຶ້ນທະບຽນພາຫະນະກົນຈັກໜັກ ກຳນົດບໍ່ກາຍ 28 ກຸມພາ ຫາກາຍຈະຖືກຢຶດ ແລະ ດຳເນີນຄະດີ


ວັນທີ 12 ກຸມພາ 2025 ຜ່ານມານີ້ ຫ້ອງວ່າການແຂວງໄຊສົມບູນ ອອກແຈ້ງການ ຜູ້ທີ່ຄຸ້ມຄອງນໍາໃຊ້ພາຫະນະປະເພດກົນຈັກໜັກ ທີ່ບໍ່ມີເອກະສານຢັ້ງຢືນການນໍາເຂົ້າ ຫຼື ບໍ່ທັນໄດ້ເສຍພາສີ-ອາກອນ ໃຫ້ຕື່ນຕົວ, ນໍາເອົາເອກະສານ ຫຼື ພາຫະນະ ແຈ້ງຂຶ້ນບັນຊີ ຕໍ່ຫນ່ວຍງານກວດກາສູນກາງ ແລະ ໜ່ວຍງານຂັ້ນແຂວງ ນັບແຕ່ວັນທີ 13-28 ກຸມພາ 2025 ເພື່ອລໍຖ້າອະນຸຍາດໃຫ້ເສຍພາສີ-ອາກອນຕາມລະບຽບກົດໝາຍ.
ຖ້າຫາກບໍ່ນໍາເອົາເອກະສານ ແລະ ພາຫະນະຕົວຈິງ ມາແຈ້ງຂຶ້ນບັນຊີຕໍ່ໜ່ວຍງານສູນກາງ ແລະ ໜ່ວຍງານຂັ້ນ ແຂວງ ຕາມກໍານົດເວລາຂ້າງເທິງ ຫາກເຈົ້າຫນ້າທີ່ຂອງລັດກວດກາພົບເຫັນຈະຖືກຢຶດພາຫານະດັ່ງກ່າວ ເປັນຊັບສິນຂອງ ລັດຕາມທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍພາສີ ສະບັບປັງປຸງ ເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020, ສ່ວນຜູ້ທີ່ ຄຸ້ມຄອງຍານພາຫະນະຍັງຈະຖືກດໍາເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.
➢ ໝາຍເຫດ: ສະຖານທີ່ແຈ້ງແມ່ນ ຢູ່ຫ້ອງວ່າການແຂວງ ຊັ້ນ 5 ຫ້ອງ 505 ໃນໂມງລັດຖະການ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.