ແຂວງອັດຕະປື ກະຈາຍກະແສໄຟຟ້າເຂົ້າຄົບທຸກບ້ານແລ້ວ 100% ຍັງຄົວເຮືອນບໍ່ທັນທັນໄດ້ໃຊ້ໄຟຟ້າບໍ່ເຖິງ 5%

ແຂວງອັດຕະປື ມີ 140 ບ້ານ ໄດ້ຊົມໃຊ້ໄຟຟ້າແລ້ວ 100% ແລະ ທົ່ວແຂວງ ມີ 32,135 ຄົວເຮືອນ ໄດ້ຊົມໃຊ້ໄຟແລ້ວ 30,725 ຄົວເຮືອນ ເທົ່າກັບ 95,61%, ເພີ່ມຂຶ້ນຈາກປີ 2023 ຈໍານວນ 193 ຄົວເຮືອນ ເທົ່າກັບ 0,6%. ປີ 2024 ຜ່ານມາ, ການປະຕິບັດພັນທະຕ່າງໆໃຫ້ພາກລັດ ສາມາດເກັບລາຍຮັບຈາກກິດຈະການໂຄງການພະລັງງານໄຟຟ້າ ໄດ້ທັງໝົດ 1,8 ຕື້ກວ່າໂດລາ ກັບ 7,79 ຕື້ ກວ່າກີບ ປະກອບ ມີ: ຄ່າພາກຫລວງ, ຄ່າເຊົ່າທີ່ດິນ, ອາກອນເງິນເດືອນ, ອາກອນກຳໄລ.
ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ລາຍງານໃນທີ່ປະຊຸມສະຫລຸບປະຈໍາປີ ວຽກງານພະລັງງານ ແລະ ບໍ່ແຮ່ ທົ່ວແຂວງໃນວັນທີ 19 ກຸມພາ 2025 ຜ່ານມານີ້ວ່າ: ປີ 2024 ຜ່ານມາ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາພະລັງງານ-ໄຟຟ້າ ຕິດພັນກັບແຜນລົບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງ, ໂດຍໄດ້ປະສານງານ, ຊຸກຍູ້ສົ່ງເສີມ, ຄຸ້ມຄອງ-ຕິດຕາມຄວາມຄືບໜ້າຂອງບັນດາໂຄງການຕາມພາລະບົດບາດ, ຕາມການມອບໝາຍຂອງສາຍຕັ້ງ ກໍ່ຄືສາຍຂວາງ.

ປັດຈຸບັນໂຄງການເຂື່ອນໄຟຟ້າພະລັງງານນໍ້າຕົກ ທີ່ໄດ້ຮັບອະນຸມັດແລ້ວມີ 27 ໂຄງການ, ກໍາລັງຕິດຕັ້ງລວມ 1,789.25 MW, ໃນນີ້ ຢູ່ໃນຂັ້ນຕອນບົດບັນທຶກຊ່ວຍຈໍາ (MOU) ມີ 4 ໂຄງການ ກໍາລັງຕິດຕັ້ງ 79,8 MW, ບົດວິພາກເສດຖະກິດ-ເຕັກນິກ (FS) ມີ 4 ໂຄງການ ກຳລັງຕິດຕັ້ງ 73 MW, ສັນຍາພັດທະນາໂຄງການ (PDA) ມີ 5 ໂຄງການ ກໍາລັງຕິດຕັ້ງ 308,7 MW, ສັນຍາຄຸ້ມຄອງ-ກໍ່ສ້າງໂຄງການ (SHOA) ມີ 3 ໂຄງການ ກໍາລັງຕິດຕັ້ງ 31,8 MW, ສັນຍາສໍາປະທານໂຄງການ (CA) ມີ 2 ໂຄງການ ກໍາລັງຕິດຕັ້ງ 108,5 MW (ກໍາລັງກໍ່ສ້າງໂຄງການເຂື່ອນໄຟຟ້າເຊກອງຕອນລຸ່ມ A ປະຈຸບັນຄວາມຄືບໜ້າ 61,30% ແລະ ເຂື່ອນໄຟຟ້າຫ້ວຍກະອວນ ຄືບໜ້າ 85,03%. ຂັ້ນຕອນດໍາເນີນງານແລ້ວ (COD) ຈໍານວນ 9 ໂຄງການ ກໍາລັງຕິດຕັ້ງ 1,187.45 MW, ກໍາລັງການຜະລິດ 4.690.808 Gwh/y.
ໂຄງການພະລັງງານໄຟຟ້າຈາກແສງຕາເວັນ ມີ 14 ໂຄງການ ກຳລັງຕິດຕັ້ງ 3.330 MW ຊຶ່ງການພັດທະນາຢູ່ໃນຂັ້ນຕອນຕ່າງໆ ດັ່ງນີ້: ສຶກສາບົດບັນທຶກຊ່ວຍຈໍາ (MOU) ມີ 6 ໂຄງການ ກໍາລັງຕິດຕັ້ງ 2.880 MW, ພັດທະນາໂຄງການ (PDA) ມີ 8 ໂຄງການ ກຳລັງຕິດຕັ້ງ 450 MW.
ໂຄງການພະລັງງານໄຟຟ້າຈາກລົມ ຈໍານວນ 4 ໂຄງການ ກຳລັງຕິດຕັ້ງ 1,703.5 MW ເຊິ່ງການພັດທະນາຢູ່ໃນຂັ້ນຕອນ ດັ່ງນີ້: ສຶກສາບົດບັນທຶກຊ່ວຍຈໍາ (MOU) ມີ 3 ໂຄງການ ກໍາລັງຕິດຕັ້ງ 1.600 MW ແລະ ພັດທະນາໂຄງການ ມີ 1 ໂຄງການ ກໍາລັງຕິດຕັ້ງ 103,5 MW.
ໂຄງການພະລັງງານໄຟຟ້າຈາກຄວາມຮ້ອນເຜົາໄໝ້ຈາກເສດອ້ອຍ ມີ 1 ໂຄງການ ກໍາລັງຕິດຕັ້ງ 30 MW ໄດ້ ຜະລິດໄຟຂາຍແລ້ວ (COD).
ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໃຫ້ຮູ້ຕື່ມວ່າ: ປີ 2024 ຜ່ານມາ ຜະລິດກະແສໄຟຟ້າໄດ້ 4,585.25 Gwh ມູນຄ່າ 25,92 ຕື້ກວ່າໂດລາ ແລະ 31,52 ຕື້ກວ່າກີບ ທຽບໃສ່ ປີ 2023 ເພີ່ມຂຶ້ນ 1,010.2 Gwh ເທົ່າກັບ 28,24%. ໃນນັ້ນ: ສົ່ງອອກຂາຍຕ່າງປະເທດ 4.280,84 Gwh ມູນຄ່າ 25,92 ຕື້ກວ່າໂດລາ, ຊົມໃຊ້ພາຍໃນ 304.41 Gwh ມູນຄ່າ 31,52 ຕື້ກວ່າກີບ, ທົ່ວແຂວງມີສະຖານີ 2 ແຫ່ງ, ສະຖານີໄຟຟ້າ 115/22kv ສະຖານີສະເພາະທອງ ແລະ ສະຖານີໄຟຟ້າ 230/115/22kv ສະຖານີພູວົງ, ລະບົບຕາຂ່າຍໄຟຟ້າ ແຮງສູງ 115 kv ເທົ່າ 204.8 km, 230 kv ເທົ່າກັບ 166,4 km, ລະບົບຕາຂ່າຍແຮງກາງ 22 kv ເທົ່າກັບ 1,310.9 km, ລະບົບຕາຂ່າຍແຮງຕໍ່າ 0,4 kv ເທົ່າກັບ 909.8 km, ໝໍ້ແປງ 22/0,4 kv ມີທັງໝົດ 618 ໜ່ວຍ ກຳລັງຕິດຕັ້ງ 97,690 KVA.
ທີ່ມາ: ຂ່າວສານອອນລາຍ ອັດຕະປື