UN ຄາດວ່າ ການຟື້ນຟູເສດຖະກິດຊິຣີອາດຕ້ອງໃຊ້ເວລາ 50 ກວ່າປີ

ສະຫະປະຊາຊາດ (UN) ລະບຸວ່າ: ຊິຣີອາດຕ້ອງໃຊ້ເວລາ 50 ກວ່າປີ ໃນການຟື້ນຟູເສດຖະກິດຂອງປະເທດໃຫ້ກັບສູ່ລະດັບກ່ອນເກີດສົງຄາມກາງເມືອງ ດ້ວຍອັດຕາການເຕີບໃຫຍ່ທາງເສດຖະກິດໃນປັດຈຸບັນ.
ໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ລາຍງານວ່າ: ຄວາມຂັດແຍ່ງຢູ່ຊິຣີທີ່ຍາວນານເຖິງ 14 ປີ ທໍາລາຍຄວາມກ້າວໜ້າທາງເສດຖະກິດ, ສັງຄົມ ແລະ ທຶນມະນຸດທີ່ສະສົມມາເກືອບ 40 ປີ.
“ຈາກອັດຕາການເຕີບໃຫຍ່ທາງເສດຖະກິດໃນປັດຈຸບັນ ເສດຖະກິດຂອງຊິຣີຈະບໍ່ສາມາດຟື້ນຄືນກັບສູ່ລະດັບລວມຍອດຜະລິດຕະພັນພາຍໃນ (GDP) ກ່ອນຄວາມຂັດແຍ່ງໄດ້ພາຍໃນປີ 2080” UNDP ລະບຸ. ພ້ອມຮຽກຮ້ອງໃຫ້ມີການລົງທຶນຄັ້ງໃຫຍ່ ເພື່ອຟື້ນຟູເສດຖະກິດຂອງຊິຣີໃນປີນີ້ ພາຍຫລັງການໂຄ່ນລົ້ມອໍານາດປະທານາທິບໍດີ ບາຊາ ອັລ-ອັສຊາດ ໃນປີຜ່ານມາ.
ໂຄງສ້າງພື້ນຖານຂອງຊິຣີສ່ວນຫລາຍຖືກທໍາລາຍ ແລະ ປະເທດຜະເຊີນການຂວໍ້າບາດຢ່າງໜັກ ເນື່ອງຈາກທ່ານ ອັສຊາດ ປາບປາມຝ່າຍຄ້ານ ພາຍຫລັງສົງຄາມກາງເມືອງເລີ່ມຂຶ້ນໃນປີ 2011.
ການສຶກສາຂອງ UN ເລື່ອງ “ຜົນກະທົບຂອງຄວາມຂັດແຍ່ງຢູ່ຊິຣີ” ປະມານວ່າ: ອັດຕາສ່ວນຊາວຊິຣີໃນປັດຈຸບັນ ອາໄສຢູ່ໃນຄວາມທຸກຍາກປະມານ 90%, ບໍ່ມີວຽກເຮັດງານທໍາ 25% ແລະ GDP ຂອງປະເທດ ຫລຸດລົງບໍ່ຮອດເຄິ່ງໜຶ່ງຂອງມູນຄ່າໃນປີ 2011.
ນອກຈາກນີ້, ການສຶກສາດັ່ງກ່າວຍັງປະເມີນວ່າ: ການເຕີບໃຫຍ່ທາງເສດຖະກິດປະຈໍາປີຂອງຊິຣີໃນໄລຍະ 7 ປີຜ່ານມາ ຢູ່ລະດັບ 1.3% ເຊິ່ງຊິຣີຈໍາເປັນຕ້ອງເພີ່ມການເຕີບໃຫຍ່ທາງເສດຖະກິດແບບທະເຍີທະຍານເຖິງ 10 ເທົ່າ ໃນອີກ 15 ປີຕໍ່ໜ້າ ເພື່ອເຮັດໃຫ້ເສດຖະກິດກັບສູ່ລະດັບທີ່ຄວນຈະເປັນ ຖ້າບໍ່ມີສົງຄາມເກີດຂຶ້ນ.