ນັກວິໄຈ ພົບໄວຣັສໃໝ່ຈາກໂຕເຈຍ ອາດແຜ່ເຊື້ອສູ່ມະນຸດໄດ້ຄືໂຄວິດ-19

ນັກວິໄຈຈີນລາຍງານວ່າ: ໄວຣັສໂຄໂຣນາ HKU5-CoV-2 ຈາກໂຕເຈຍທີ່ຄົ້ນພົບໃໝ່ນັ້ນ ໃຊ້ໂປຣຕິນຜິວຈຸລັງໃນການເຂົ້າສູ່ຈຸລັງມະນຸດໄດ້ຄືກັບໄວຣັສ SARS-CoV-2 ທີ່ເຮັດໃຫ້ເກີດພະຍາດໂຄວິດ-19 ເຊິ່ງເພີ່ມຄວາມເປັນໄປໄດ້ວ່າໄວຣັສນີ້ອາດແຜ່ເຊື້ອສູ່ມະນຸດໄດ້ໃນອະນາຄົດ, ແຕ່ໄວຣັສຈາກໂຕເຈຍນີ້ຍັງບໍ່ສາມາດເຂົ້າສູ່ຈຸລັງມະນຸດໄດ້ງ່າຍຄືກັບ SARS-Cov-2.
ສໍານັກຂ່າວຣອຍເຕີລາຍງານວ່າ: ນັກວິໄຈຈີນລາຍງານໃນວາລະສານ Cell ໂດຍໄດ້ກ່າວເຖິງຂໍ້ຈໍາກັດບາງປະການຂອງໄວຣັສຈາກໂຕເຈຍທີ່ຄົ້ນພົບໃໝ່ວ່າ ຍັງບໍ່ສາມາດເຂົ້າສູ່ຈຸລັງມະນຸດໄດ້ງ່າຍຄືກັບໄວຣັສ SARS-Cov-2 ເຊິ່ງເຮັດໃຫ້ເກີດພະຍາດໂຄວິດ-19.
ນັກວິທະຍາສາດກ່າວວ່າ: ໄວຣັສໂຕເຈຍ HKU5-CoV-2 ມີລັກສະນະເຊັ່ນດຽວກັບ SARS-CoV-2 ເອີ້ນວ່າ: “furin cleavage site” ເຊິ່ງຊ່ວຍໃຫ້ເຂົ້າສູ່ຈຸລັງຜ່ານທາງໂປຣຕິນ ACE2 ເທິງຜິວຈຸລັງ.
ໃນການທົດລອງໃນຫ້ອງປະຕິບັດການ, ໄວຣັສ HKU5-Cov-2 ຈາກໂຕເຈຍສາມາດຕິດເຊື້ອຈຸລັງມະນຸດທີ່ມີລະດັບ ACE2 ສູງໃນຫລອດທົດລອງ ແລະ ໃນແບບຈໍາລອງຂອງລໍາໄສ້ ແລະ ທາງເດີນຫາຍໃຈຂອງມະນຸດ.
ໃນການທົດລອງເພີ່ມຕື່ມນັ້ນ ນັກວິໄຈສາມາດລະບຸແອນຕິບໍດີໂມໂຄລນັລ (monoclonal antibodies) ແລະ ຢາຕ້ານໄວຣັສທີ່ສາມາດຈັດການກັບໄວຣັສໂຕເຈຍນີ້ໄດ້.
ເມື່ອຖາມເຖິງຂໍ້ກັງວົນທີ່ເກີດຂຶ້ນຈາກການລາຍງານໄວຣັສໂຕໃໝ່ທີ່ອາດນໍາໄປສູ່ການແຜ່ລະບາດຄັ້ງໃໝ່ນັ້ນ, ທ່ານ ດຣ. ໄມເຄິລ ອອສເຕີໂຮມ ຜູ້ຊ່ຽວຊານດ້ານພະຍາດຕິດເຊື້ອຈາກມະຫາວິທະຍາໄລມິນນິໂຊຕາຂອງອາເມລິກາ ກ່າວວ່າ: ປະຊາຊົນກັງວົນເກີນໄປກ່ຽວກັບຜົນການສຶກສານີ້.
ທ່ານກ່າວວ່າ: ໃນປັດຈຸບັນ ປະຊາກອນມີພູມຕ້ານທານຕໍ່ໄວຣັສ SARS ທີ່ຄ້າຍຄືກັນຫລາຍຂຶ້ນກວ່າປີ 2019 ເຊິ່ງອາດຫລຸດຄວາມສ່ຽງຈາກການແຜ່ລະບາດ.
ຜົນການສຶກສາຍັງລະບຸວ່າ: ໄວຣັສໃນໂຕເຈຍມີຄວາມສາມາດໃນການຈັບກັບໂປຣຕິນ ACE2 ຂອງມະນຸດໄດ້ໜ້ອຍກວ່າເມື່ອທຽບໃສ່ SARS-CoV-2 ແລະ ຍັງມີປັດໄຈອື່ນໆທີ່ເຮັດໃຫ້ປັບຕົວເຂົ້າກັບມະນຸດໄດ້ຍາກ. ດັ່ງນັ້ນ ຄວາມສ່ຽງຈະລະບາດໃນມະນຸດຈຶ່ງບໍ່ຄວນຈະຖືກເວົ້າເກີນຈິງ.