ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ

ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ - 56e8aab6 ccbd 4ead a05e f3dca92e0090 - ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ
ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ - kitchen vibe - ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ

ຂ່າວ ປກສ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 19 ກຸມພາ 2025 ພັທ ບຸນເລີກ ວົງຄໍາ ຫົວໜ້າພະແນກຕໍາຫລວດປ້ອງກັນເສດຖະກິດ ຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດ ກ່ຽວກັບບັນຫາການສໍ້ໂກງທາງອອນລາຍ ເຊິ່ງສາມາດສັງລວມຮູບແບບ ແລະ ວິທີການຂອງມິດສາຊີບດ້ວຍ 5 ຮູບການດັ່ງນີ້:

  1. ດ້ວຍການຕັ້ງ ເຟຈບຸກປອມ ແລ້ວສົ່ງຂໍ້ຄວາມຕົວະວ່າຮູ້ຜົນຫວຍ 6 ຕົວເລກ ຈາກນັ້ນໃຫ້ຜູ້ເສຍຫາຍລົງທະບຽນ ເສຍເງິນຄ່າທໍານຽມ ຫລັງຈາກນັ້ນກໍ່ ປິດເຟຈບຸກ ແລະ ບໍ່ສາມາດຕິດຕໍ່ໄດ້.
  2. ການສົ່ງລິ້ງທະນາຄານ ດ້ວຍການເອົາໂລໂກ້ຂອງທາງທະນາຄານໃສ່ເປັນຮູບໂປຣຟາຍ ຫລັງຈາກນັ້ນກໍສົ່ງຂໍ້ຄວາມຜ່ານວັອດແອບ ຫາຜູ້ເສຍຫາຍ ຖ້າຫາກຜູ້ໃດຫລົງເຊື່ອກໍຈະສົ່ງຂໍ້ມູນໃຫ້ກັບຜູ້ກະທໍາຜິດ ເປັນຕົ້ນແມ່ນ ຂໍ້ມູນສ່ວນຕົວ ເຊັ່ນ ບັດປະຈໍາຕົວ, ເລກບັນຊີ ຫລື ລະຫັດບັນຊີ. ຫລັງຈາກນັ້ນກໍຈະລັກໂອນເອົາເງິນຢູ່ໃນບັນຊີຂອງຜູ້ເສຍຫາຍ ໂດຍບໍ່ຮູ້ຕົວ.
  3. ການສ້າງເຟຈບຸກປອມຊັກຊວນ ເຮັດທຸລະກິດຮ່ວມ ຫລື ຕົວະວ່າມີເງິນກູ້ ດອກເບ້ຍຕໍ່າ ໂດຍບໍ່ມີຫລັກຊັບຄໍ້າປະກັນ ຖ້າຫາກຈະກູ້ຢືມແມ່ນຈະໃຫ້ຈ່າຍຄ່າດອກເບ້ຍກ່ອນລ່ວງໜ້າ 3 ເດືອນ ໂດຍການໂອນເງິນໃຫ້ກ່ອນ ພາຍຫລັງໂອນແລ້ວ ມັກຈະປິດເຟຈບຸກ ແລະ ບໍ່ສາມາດຕິດຕໍ່ໄດ້.
  4. ສ້າງເຟຈບຸກປອມ ແລ້ວໃສ່ຮູບໂປຣຟາຍອ້າງວ່າ ໂດຍເປັນຕໍາຫລວດທະຫານຢູ່ຕ່າງປະເທດ ທີ່ມີເງິນຫລາຍ ດ້ວຍຮູບການຊ່ວຍເຫລືອຄວາມຮັກແພງ ແລ້ວຕົວະໃຫ້ໂອນຄ່າທໍານຽມຢັ້ງຢືນຄວາມບໍລິສຸດຂອງເງິນ ເມື່ອເສຍຫາຍຫລົງເຊື່ອຫລັງຈາກໂອນແລ້ວ ກໍຈະປິດເຟຈບຸກໜີ ແລະ ບໍ່ສາມາດຕິດຕໍ່ໄດ້.
  5. ການແລກປ່ຽນເງິນ ໂດຍການໃຊ້ສື່ອອນລາຍປະກາດຮັບພະນັກງານ ເຮັດວຽກໜ້ອຍໄດ້ເງິນເດືອນສູງ ວຽກສະບາຍເຮັດຢູ່ເຮືອນກໍ່ໄດ້ ເຮັດໃຫ້ຜູ້ຕົກເປັນເຫຍື່ອຫລົງເຊື່ອແລ້ວໄປສະໝັກວຽກ ດ້ວຍການຕິດຕໍ່ທາງເຟຈບຸກ ພາຍຫລັງຮັບກໍຈະໄດ້ມີການແນະນໍາຜ່ານເຟຈບຸກ ແລະ ໄດ້ບອກໃຫ້ຜູ້ຕົກເປັນເຫຍື່ອເອົາບັດປະຈໍາຕົວ ຫລື ປຶ້ມສໍາມະໂນຄົວໄປເປີດບັນຊີທະນາຄານ ພາຍຫລັງເປີດແລ້ວ, ຖ້າຫາກວ່າມີລູກຄ້າຈະປ່ຽນເງິນແມ່ນຈະໂທຫາແລ້ວໃຫ້ໄປພົບລູກຄ້າຕາມຈຸດໝາຍ ໂດຍສະເພາະແມ່ນຢູ່ໜ້າທະນາຄານ ຈຶ່ງເຮັດໃຫ້ລູກຄ້າຫລົງເຊື່ອ ເຊິ່ງຜູ້ຕົກເປັນເຫຍື່ອກ່ອນຈະພົບລູກຄ້າແມ່ນໄດ້ຜ່ານການຝຶກອົບຮົມ ແລະ ຜູ້ມາຕົວສ່ວນໃຫຍ່ຈະເປັນຄົນເວົ້າຈາ ການແຕ່ງໂຕທີ່ໜ້າເຊື່ອຖື.

ດັ່ງນັ້ນ, ຈຶ່ງຝາກເຕືອນພໍ່ແມ່ປະຊາຊົນ ໃຫ້ມີສະຕິລະວັງບໍ່ໃຫ້ຫລົງເຊື່ອ ຖ້າຢາກປ່ຽນເງິນຕ້ອງເຂົ້າໄປທະນາຄານຕາມທີ່ພັກລັດໄດ້ອະນຸຍາດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຖ້າພົບເຫັນກໍລະນີດັ່ງກ່າວ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ ເພື່ອໃຫ້ແກ້ໄຂທັນກັບເຫດການ.

ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ
ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ
ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ - 5 - ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ
ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ - 4 - ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ
ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ - 3 - ເຈົ້າໜ້າທີ່ ປກສ ເຕືອນ! ລະວັງ 5 ຮູບການມິດສາຊີບໃຊ້ຫລອກລວງຜ່ານອອນລາຍ