ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025

- 480632827 480003458515662 2918751152696918590 n - ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025
- kitchen vibe - ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025

ວັນທີ 21 ກຸມພາ 2025 ນີ້ ຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແຈ້ງການກ່ຽວກັບ ການສະເໜີ ການນໍາເຂົ້າລົດຂົນສົ່ງສິນຄ້າ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025 ແມ່ນໃຫ້ປະຕິບັດດັ່ງນີ້:

1. ແຈ້ງໃຫ້ ບັນດາ ບໍລິສັດຂົນສົ່ງ ຫຼື ບໍລິສັດເກັບຊື້ ສິນຄ້າກະສິກໍາ ທີ່ມີຈຸດປະສົງນໍາເຂົ້າລົດເປົ່າ ນໍາສົ່ງໃບ ສະເໜີໂດຍຜ່ານພະແນກ ຍທຂ ແຂວງ ທີ່ ສິນຄ້າດັ່ງກ່າວຕັ້ງຢູ່ ເພື່ອຂໍອະນຸຍາດນໍາເຂົ້າລົດຂົນສົ່ງ ຕ່າງປະເທດ (ລົດເປົ່າ) ຫາ ກົມຂົນສົ່ງ ກະຊວງໂຍທາທິການແລະ ຂົນສົ່ງ ໂດຍກົງເພື່ອແກ້ໄອອະນຸມັດນໍາ ເຂົ້າລົດ ຊົ່ວຄາວ ມາຮັບສິນຄ້າ ຕາມຈຸດຕ່າງໆ ພາຍໃນແຂວງ ໃນໄລຍະເວລາ 3 ເດືອນແຕ່ ເດືອນ ກຸມພາ ຫາ ທ້າຍເດືອນ ພຶດສະພາ 2025;

- Visit Laos Visit SALANA BOUTIQUE HOTEL - ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025
- Visit Laos Visit SALANA BOUTIQUE HOTEL - ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025

2. ສັງລວມ ຈໍານວນ ຈຸດບ່ອນເກັບຊື້, ລານຕາກມັນ, ເສັ້ນທາງ, ໄລຍະທາງ ແລະ ບໍລິສັດຕ່າງໆ ທີ່ເກັບຊື້ ສິນຄ້າກະສິກໍາປະເພດມັນຕົ້ນ ພາຍໃນແຂວງຂອງຕົນ ເພື່ອປ້ອງກັນ ຊ່ອງຫວ່າງ ການສວຍໂອກາດໃນ ການລັກລອບຂົນສົ່ງສິນຄ້າທີ່ບໍ່ຢູ່ໃນກຸ່ມເປົ້າໝາຍການແກ້ໄຂ ແລະ ຄວາມປອດໄພໃນການຂົນສົ່ງ;

3. ລົດຂົນສົ່ງສິນຄ້າ ເວລາຂົນສົ່ງ ຕ້ອງມີຜ້າປັດ ປົກປິດກະບະສິນຄ້າ ເພື່ອປ້ອງກັນການຕົກເຮ່ຍ ແລະ ການ ເກີດຝຸ່ນລະອອງ ຊຶ່ງເປັນຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ແລະ ກໍານົດຂະບວນລົດຂົນສົ່ງ ສູງ ສຸດບໍ່ໃຫ້ເກີນ 7 ຄັນ ຕໍ່ຂະບວນ (ແລ້ວແຕ່ກໍລະນີ) ເພື່ອຫຼີກລ້ຽງອຸປະຕິເຫດ ແລະ ຄວາມແອອັດໃນ ການສັນຈອນໃນເສັ້ນທາງຫຼວງ, ດ່ານເຂົ້າ-ອອກ ແລະ ແຕ່ລະຂວນລົດຕ້ອງປ່ອຍຫ່າງກັນ 1 ຊົ່ວໂມງ;

4. ນໍ້າຫນັກການຂົນສົ່ງສິນຄ້າ ແມ່ນ ປະຕິບັດຕາມຂໍ້ກໍານົດ ກ່ຽວກັບການອະນຸມັດ ນໍ້າຫນັກລວມສູງສຸດ ຂອງ ລົດບັນທຸກ ສະບັບເລກທີ 9393/ຍທຂ, ລົງວັນທີ 13 ເມສາ 2023;

5. ມອບໃຫ້ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງຕິດຕາມ ແລະ ກວດກາການເຄື່ອນໄຫວ ແລະ ນໍາໃຊ້ລົດຂົນສົ່ງດັ່ງກ່າວ ຕາມເປົ້າໝາຍທີ່ໄດ້ຮັບອະນຸມັດຢ່າງເຄັ່ງຄັດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມທາງຄວນດ້ວຍ

- 480479807 480003465182328 8829022837516158274 n 727x1024 - ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025

- 5 - ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025
- 3 - ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025
- 4 - ການສະເໜີນໍາເຂົ້າລົດຂົນສົ່ງສິນຄ້າຕ່າງປະເທດ (ລົດເປົ່າ) ເຂົ້າມາຮັບ ແລະ ສົ່ງສິນຄ້າ ກະສິກໍາ ປະເພດມັນຕົ້ນ ໄລຍະສັ້ນ ນັບແຕ່ເດືອນ ກຸມພາ ຫາເດືອນ ພຶດສະພາ 2025