ກະຊວງການຕ່າງປະເທດ ລາວ-ກູບາ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ວັນທີ 21 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະສອງຝ່າຍຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ກູບາ ພ້ອມຄະນະ ທີ່ ກະຊວງການຕ່າງປະເທດ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ຈົນເຖິງປັດຈຸບັນ ເຊິ່ງສະແດງອອກໃນການໄປມາຫາສູ່ແລກປ່ຽນການຢ້ຽມຢາມ ຢ່າງເປັນປົກກະຕິ ຂອງການນໍາຂັ້ນສູງຂອງສອງປະເທດ ກໍຄື ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນປີ 2023 ຜ່ານມາ.
ພິເສດໃນປີ 2024 ສອງປະເທດໄດ້ຈັດງານສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດ ລາວ-ກູບາ, ກູບາ-ລາວ ທີ່ ນະຄອນຫລວງວຽງຈັນ ແລະ ຕາງໜ້າໃຫ້ ພັກ-ລັດຖະບານກູບາ ເຂົ້າຮ່ວມງານໂດຍ ສະຫາຍ Juan Esteban Lazo Hernandez ປະທານສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສ ກູບາ, ຜູ້ຕາງໜ້າພິເສດ ແຫ່ງ ສ ກູບາ ເຊິ່ງຖືເປັນປີທີ່ມີຄວາມໝາຍສໍາຄັນ, ທັງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ, ພ້ອມທັງກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄື ບັນດາເອກະສານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ, ລວມທັງກໍານົດທິດທາງແຜນການຮ່ວມມືຂະແໜງການຕ່າງໆໃນຕໍ່ໜ້າ ເປັນຕົ້ນ ດ້ານການເມືອງ, ສາທາລະນະສຸກ, ການສຶກສາ, ກິລາ, ການຄ້າ-ການລົງທຶນ, ກະສິກໍາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະ ໂຫຍດຮ່ວມກັນ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ, ຫລາຍຝ່າຍ ໂດຍສະເພາະ ໃນເວທີ ສປຊ, ຂະບວນການບໍ່ຮ່ວມກຸ່ມ, ກຸ່ມ 77 ແລະ ຈີນ, ລວມທັງ ໃນເວທີອື່ນໆ.
ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການພາຍໃນທີ່ພົ້ນເດັ່ນຂອງຕົນ, ແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວກັນ, ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະ ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່ ແລະ ສະແດງຄວາມມຸ່ງໝັ້ນ ທີ່ຈະຮ່ວມເຮັດວຽກກັບສະຫາຍລັດຖະມົນຕີ ຢ່າງສະໜິດແໜ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ ແລະ ກູບາ, ພ້ອມທັງເຊື້ອເຊີນ ສະຫາຍ ທອງສະຫວັນ ພົມວິຫານ ຢ້ຽມຢາມກູບາໃນໂອກາດທີ່ເໝາະສົມ.