ສະພາແຫ່ງຊາດຫວຽດນາມ ຮັບຮອງກົງຈັກການຈັດຕັ້ງລັດຖະບານໃໝ່ ຍຸບ 5 ກະຊວງ ຍັງເຫລືອ 14 ກະຊວງ, 3 ອົງການທຽບເທົ່າ

ສຳນັກຂ່າວສານຫວຽດນາມ TTXVN ລາຍງານວ່າ: ວັນທີ 18 ກຸມພາ 2025 ຜ່ານມານີ້ ທ່ານນາຍົກລັດຖະມົນຕີແຫ່ງ ສສຫວຽດນາມ ຟາມ ມິງ ຈິງ (Phạm Minh Chính) ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍມະຕິຂອງສະພາແຫ່ງຊາດຊຸດທີ 15 ກ່ຽວກັບການປັບປຸງກົງຈັກລັດຖະບານ ແລະ ມອບໜ້າທີ່ໃຫ້ບັນດາສະມາຊິກຄະນະລັດຖະບານຊຸດໃໝ່ອາຍຸການ 2021-26.” ໂດຍປັບປຸງກົງຂຈັກລັດຖະບານປະກອບດ້ວຍ 14 ກະຊວງ ແລະ 3 ອົງການທຽບເທົ່າ, ຄະນະລັດຖະບານມີ 25 ທ່ານ, ໃນນັ້ນມີນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ 7 ທ່ານ, ລັດຖະມົນຕີ 14 ທ່ານ, ຫົວໜ້າອົງການຂັ້ນລັດຖະມົນຕີ 3 ທ່ານ ຄື:
1. ກະຊວງປ້ອງກັນປະເທດ the Ministry of National Defence,
2. ກະຊວງປ້ອງກັນຄວາມສະຫງົບ the Ministry of Public Security,
3. ກະຊວງການຕ່າງປະເທດ the Ministry of Foreign Affairs,
4. ກະຊວງພາຍໃນ the Ministry of Home Affairs,
5. ກະຊວງຍຸຕິທຳ the Ministry of Justice,
6. ກະຊວງການເງິນ the Ministry of Finance,
7. ກະຊວງອຸດສາຫະກຳ ແລະ ການຄ້າ the Ministry of Industry and Trade,
8. ກະຊວງກະສິກຳ ແລະ ສິ່ງແວດລ້ອມ the Ministry of Agriculture and Environment,
9. ກະຊວງກໍ່ສ້າງ the Ministry of Construction,
10. ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ the Ministry of Culture, Sports and Tourism,
11. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ the Ministry of Science and Technology,
12. ກະຊວງສຶກສາ ແລະ ຝຶກອົບຮົບ the Ministry of Education and Training,
13. ກະຊວງສາທາລະນະສຸກ the Ministry of Health,
14. ກະຊວງບັນດາເຜົ່າ ແລະ ສາສະໜາ the Ministry of Ethnic Minorities and Religions,
15. ທະນາຄານແຫ່ງຊາດ ຫວຽດນາມ the State Bank of Vietnam,
16. ອົງການກວດກາລັດຖະບານ the Government Inspectorate,
17. ຫ້ອງວ່າການລັດຖະບານ the Government Office.
ບັນດາກະຊວງແລະອົງການລະດັບລັດຖະມົນຕີຊຸດໃໝ່ຈະເລີ່ມດຳເນີນງານຢ່າງເປັນທາງການແຕ່ວັນທີ 01 ມີນາ 2025.