ການນໍາຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ຍີ່ປຸ່ນ

- istockphoto 1438080749 612x612 1 - ການນໍາຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ຍີ່ປຸ່ນ
- kitchen vibe - ການນໍາຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ຍີ່ປຸ່ນ

ວັນທີ 23 ກຸມພາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີນເຖິງ ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ເນື່ອງໃນໂອກາດວັນພະຣາຊະສົມພົບຂອງ ສົມເດັດ ຄົບຮອບ 65 ພັນສາ ກໍຄື ໂອກາດສະເຫລີມສະຫລອງວັນຊາດ ຂອງ ຍີ່ປຸ່ນ.

ເນື້ອໃນສານ ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າ ຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີິດມາຍັງ ສົມ ເດັດ ແລະ ປະຊາຊົນຍີ່ປຸ່ນ ເພື່ອນມິດ ເນື່ອງໃນໂອກາດວັນພະຣາຊະສົມພົບ ຂອງ ສົມເດັດ ຄົບຮອບ 65 ພັນສາ ກໍຄື ໂອກາດສະເຫລີມສະຫລອງວັນຊາດ ຂອງ ຍີ່ປຸ່ນ.

- Visit Laos Visit SALANA BOUTIQUE HOTEL - ການນໍາຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ຍີ່ປຸ່ນ
- Visit Laos Visit SALANA BOUTIQUE HOTEL - ການນໍາຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ຍີ່ປຸ່ນ

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ໃນຕະຫລອດໄລຍະຜ່ານມາ. ພິເສດ, ໃນປີ 2025 ນີ້ ສອງປະເທດພວກເຮົາ ໄດ້ຮ່ວມກັນສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ການສົ່ງອາສາສະໝັກຂອງຍີ່ປຸ່ນ ມາເຮັດວຽກ ຢູ່ ສປປ ລາວ ຄົບຮອບ 60 ປີ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.

ໃນໂອກາດທີ່ມີຄວາມໝາຍນີ້, ສອງຝ່າຍໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ເຊິ່ງເປັນຂີດໝາຍໃໝ່ທີ່ສໍາຄັນ ແລະ ເປັນພື້ນຖານອັນໜັກແໜ້ນ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ນັບມື້້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດສູງ ສຸດມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊແດ່ ສົມເດັດ ພ້ອມດ້ວຍພະລາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ ຈົງມີພະລານາໄມສົມບູນ, ພະກະເສມສຳລານ ມີອາຍຸຍິ່ງຍືນນານ ແລະ ຂໍອວຍພອນໃຫ້ປະຊາຊົນຍີ່ປຸ່ນ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ ຈົ່ງສືບຕໍ່ມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ.

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ອິວະຢະ ທາເກະຊິ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ເນື່ອງໃນໂອກາດດັ່ງກ່າວ ເຊັ່ນດຽວກັນ.

- 3 - ການນໍາຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ຍີ່ປຸ່ນ
- 4 - ການນໍາຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ຍີ່ປຸ່ນ
- 5 - ການນໍາຂັ້ນສູງຂອງລາວ ສົ່ງສານຊົມເຊີຍວັນຊາດ ຍີ່ປຸ່ນ