ຕວກກີສະເໜີເປັນເຈົ້າພາບຈັດການເຈລະຈາສັນຕິພາບອູແກຣນ

- 29ukraine blog turkey scene topart superJumbo - ຕວກກີສະເໜີເປັນເຈົ້າພາບຈັດການເຈລະຈາສັນຕິພາບອູແກຣນ
- kitchen vibe - ຕວກກີສະເໜີເປັນເຈົ້າພາບຈັດການເຈລະຈາສັນຕິພາບອູແກຣນ

        ຕວກກີສະເໜີເປັນເຈົ້າພາບຈັດກອງປະຊຸມເຈລະຈາສັນຕິພາບເພື່ອຢຸດສົງຄາມຢູ່ອູແກຣນ.

     ທ່ານ ຮາຄານ ຟິດານ ລັດຖະມົນຕີຕ່າງປະເທດຕວກກີ ກ່າວວ່າ: ຕວກກີກໍາລັງຕິດຕາມຢ່າງໃກ້ຊິດຕໍ່ຄວາມພະຍາຍາມໃນການແກ້ໄຂບັນຫາຄວາມຂັດແຍ່ງຢູ່ອູແກຣນ ແລະ ຕວກກີມີຄວາມຕັ້ງໃຈໃນການສະເໜີເປັນເຈົ້າພາບຈັດການເຈລະຈາສັນຕິພາບອູແກຣນ.

        “ເຮົາພ້ອມອໍານວຍສິ່ງຈໍາເປັນສໍາລັບການສະໜັບສະໜູນການເຈລະຈາສັນຕິພາບ ເຊັ່ນດຽວກັບພວກເຮົາໄດ້ດໍາເນີນມາກ່ອນໜ້ານີ້” ທ່ານ ຟິດານ ກ່າວໃນການຖະແຫລງຂ່າວຮ່ວມກັບທ່ານ ເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດຣັດເຊຍ.

       ທັງນີ້, ຕວກກີສະໜັບສະໜູນຂໍ້ສະເໜີຂອງອາເມລິກາໃນການຢຸດຄວາມຂັດແຍ່ງ, ແຕ່ເຫັນວ່າການເຈລະຈາຄວນລວມທັງສອງຝ່າຍທີ່ກ່ຽວຂ້ອງ ຫລັງຈາກປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ສະແດງທ່າທີຕ້ອງການກີດກັນອູແກຣນ ແລະ ເອີຣົບອອກຈາກການເຈລະຈາ.

- 4 - ຕວກກີສະເໜີເປັນເຈົ້າພາບຈັດການເຈລະຈາສັນຕິພາບອູແກຣນ
- 5 - ຕວກກີສະເໜີເປັນເຈົ້າພາບຈັດການເຈລະຈາສັນຕິພາບອູແກຣນ
- 3 - ຕວກກີສະເໜີເປັນເຈົ້າພາບຈັດການເຈລະຈາສັນຕິພາບອູແກຣນ