ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ

ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ - 480692058 1188493126613277 2209194520825687599 n - ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ
ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ - kitchen vibe - ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳ, ຜູ້ພິພາກສາ ຕະຫຼອດເຖິງພະນັກງານ-ລັດຖະກອນ ຂອງສານປະຊາຊົນ ແລະ ສານທະຫານໃນທົ່ວປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ວັນທີ 21 ກຸມພາ 2025 ຜ່ານມານີ້ວ່າ:

“ສານປະຊາຊົນ ຕ້ອງຍົກສູງຄວາມຮັບຜິດຊອບໃນການແກ້ໄຂຄະດີໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ ເນື່ອງຈາກວ່າລັດຖະທຳມະນູນ ແລະ ກົດໝາຍ ໄດ້ກຳນົດວ່າ: ສານປະຊາຊົນ ເປັນອົງການຕຸລາການ ເຊິ່ງເຮັດໜ້າທີ່ໃນການຕັດສິນ, ພິພາກສາຄະດີ ຢູ່ ສປປ ລາວ ມີແຕ່ສານເທົ່ານັ້ນທີ່ມີສິດອຳນາດໃນການພິຈາລະນາຕັດສິນຄະດີ. ສະນັ້ນ, ການຕັດສິນ, ພິພາກສາຄະດີຢູ່ສານປະຊາຊົນແຕ່ລະຂັ້ນ ແລະ ສານທະຫານ ໃນຂອບເຂດທົ່ວປະເທດ ຕ້ອງຮັບປະກັນຫຼັກການເປັນໝູ່ຄະນະ, ການເກັບກຳຂໍ້ມູນຫຼັກຖານຕ້ອງຄົບຖ້ວນ, ຮອບດ້ານ, ມີຂັ້ນຕອນທີ່ໂປ່ງໃສ ແລະ ການລົງຄຳຕັດສິນຊີ້ຂາດຕ້ອງພາວະວິໄສ, ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍກຳນົດໄວ້ ”.

ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ - 480907649 1188494096613180 3132903427094649481 n 1024x684 - ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ

ພ້ອມທັງເອົາໃຈໃສ່ປັບປຸງກົນໄກ, ແບບແຜນການດຳເນີນຄະດີຢູ່ສານແຕ່ລະຂັ້ນໃຫ້ ມີຄວາມຮັດກຸມ, ຫຼຸດຂັ້ນຕອນທີ່ບໍ່ຈຳເປັນ ເພື່ອສ້າງຄວາມໂປ່ງໃສ, ກວດກາໄດ້ ຮັບປະກັນບໍ່ໃຫ້ການດຳເນີນຄະດີຊັກຊ້າ, ແກ່ຍາວ ເກີນກຳນົດເວລາທີ່ກົດໝາຍກຳນົດໄວ້, ສ້າງເງື່ອນໄຂໃຫ້ໂຈດ-ຈຳເລີຍ ຫຼື ທະນາຍຄວາມ ມີສ່ວນຮ່ວມຕິດຕາມກວດກາການດຳເນີນຄະດີຂອງສານໃນທຸກຂັ້ນຕອນ, ເຂົ້າຮ່ວມໃນການເກັບກຳຂໍ້ມູນຫຼັກຖານ, ສະເໜີຂໍ້ມນຫຼັກຖານ, ໄກ່ເກ່ຍ, ຊ້ອງໜ້າ ແລະ ໂຕ້ແຍ້ງ, ໂຕ້ຖຽງກ່ຽວກັບເຫດການ, ຂໍ້ມູນຫຼັກຖານ, ຂໍ້ສະເໜີຂອງແຕ່ລະຝ່າຍຢ່າງຄົບຖ້ວນ, ຈະແຈ້ງ, ມີຄຳເຫັນຕໍ່ສານຢ່າງໝົດຈິດໝົດໃຈ ແລະ ສິ້ນສຸດຂະບວນການໂຕ້ແຍ່ງຕາມກົດໝາຍ.

ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ - 4 - ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ
ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ - 3 - ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ
ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ - 5 - ຮອງນາຍົກລັດຖະມົນຕີ ເນັ້ນສານປະຊາຊົນແຕ່ລະຂັ້ນຕັດສິນ-ພິພາກສາຄະດີ ຕ້ອງຮັບປະກັນຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ