ມາເລເຊຍ ສັ່ງຫ້າມໂຄສະນາຂາຍເຂົ້າໜົມຮູບ ແກ່ນຕາ ໃນອອນລາຍພາຍຫລັງມີເຫດການເດັກເສຍຊີວິດ

ສໍານັກຂ່າວ CNA ລາຍງານວັນທີ 24 ກຸມພາ 2025 ນີ້ວ່າ: ກະຊວງສາທາລະນະສຸກປະເທດມາເລເຊຍ ໄດ້ປະກາດຫ້າມຂາຍເຂົ້າໜົມກໍາມີ່ (Gummy) ຮູບຄືໜ່ວຍແກ່ນຕາ ລົງໃນອອນລາຍທຸກແພັດຟອມ ຫລັງຈາກເກີດເຫດການເສົ້າສະຫລົດ ຍ້ອນມີເດັກນ້ອຍຜູ້ຊາຍ ອາຍຸ 10 ປີເສຍຊີວິດ ຫລັງຈາກກິນ ກໍາມີ່ຮູບໜ່ວຍແກ່ນຕາ ແລ້ວຄາຄໍ.
ລັດຖະມົນຕີກະຊວງສາທາລະນະສຸກມາເລເຊຍລາຍໃຫ້ຮູ້ວ່າ: ກວດພົບລິ້ງໂຄສະນາຂາຍເຂົ້າໜົມດັ່ງກ່າວຈໍານວນ 86 ລາຍການໃນແພັດຟອມ ຊັອບປີ ແລະ ຕິກຕັອກ. ເຊິ່ງປັດຈຸບັນ ຝ່າຍຄວາມປອດໄພ ແລະ ຄຸນນະພາບອາຫານຂອງກະຊວງ ໄດ້ສັ່ງໃຫ້ ແພັດຟອມເຫລົ່ານີ້ລົບໂຄສະນະດັ່ງກ່າວອອກເປັນທີ່ຮຽບຮ້ອຍແລ້ວ ຫລັງຈາກພົບວ່າ ຜະລິດຕະພັນດັ່ງກ່າວບໍ່ເປັນໄປຕາມຂໍ້ກໍານົດດ້ານສະຫລາກ ຂອງກົດໝາຍວ່າດ້ວຍອາຫານປີ 1983 ມາດຕາ 281.
ກ່ອນໜ້ານີ້ ຄືວັນທີ 18 ກຸມພາ 2025 ມີເດັກນ້ອຍຜູ້ຊາຍອາຍຸ 10 ປີ ກິນເຂົ້າໜົມກໍາມີ່ ຮູບໜ່ວຍແກ່ນຕາ ທີ່ຊື້ຈາກຮ້ານຄ້າໜ້າໂຮງຮຽນເມື່ອກິນເຂົ້າໄປແລ້ວເຂົ້າໜົມຕິດຮູຄໍ ຫາຍໃຈບໍ່ອອກ ຈົນສະຫລົບໝົດສະຕິຢູ່ໂຮງຮຽນ ກ່ອນທີ່ຈະຖືກສົ່ງໄປໂຮງໝໍ ແລະ ສາມາຊ່ວຍເອົາເຂົ້າໜົມອອກຈາກຄໍໄດ້ສໍາເລັດ ແຕ່ເດັກຊາຍຍັງມີອາການອ່ອນແຮງຫຼາຍ ຈຶ່ງໄດ້ນໍາສົ່ງໄປຫ້ອງ ICU ແລະ ເສຍຊີວິດໃນອີກ 2 ມື້ຕໍ່ມາ.
ຕໍ່ເຫດການດັ່ງກ່າວປະທານຄະນະກໍາມະການສາທາລະນະສຸກ ແລະ ກິລາ ຂອງລັດປີນັງ ໄດ້ຮຽກຮ້ອງໃຫ້ຜູ້ປົກຄອງ ເພີ່ມຄວາມລະມັດລະວັງໃນການກວດສອບອາຫານ ທີ່ເດັກບໍລິໂພກ ໂດຍສະເພາະຜະ ລິດຕະພັນທີ່ສ່ຽງຕໍ່ສຸຂະພາບຂອງເດັກ.