ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ

ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ - 111 15 - ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ
ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ - kitchen vibe - ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ

      ເຈົ້າໜ້າທີ່ລະດັບສູງຂອງລັດຖະບານອູແກຣນເປີດເຜີຍວ່າ: ລັດຖະບານອູແກຣນໄດ້ຕອບຮັບເງື່ອນໄຂຂໍ້ຕົກລົງແຮ່ທາດຫາຍາກກັບອາເມລິກາແລ້ວ ໂດຍການຕອບຮັບຂໍ້ຕົກລົງມີຂຶ້ນພາຍຫລັງ “ຕັດສິ່ງທີ່ຍອມຮັບບໍ່ໄດ້ທັງໝົດອອກໄປ” ກ່ອນຈະໄດ້ຜົນຮັບທີ່ອອກມາໃນທາງບວກ.

       ລາຍງານຈາກສື່ຫລາຍແຫ່ງລະບຸວ່າ: ລັດຖະບານອາເມລິກາໄດ້ຍົກເລີກຂໍ້ຮຽກຮ້ອງເບື້ອງຕົ້ນສໍາລັບສິດໃນການໄດ້ຮັບລາຍໄດ້ຈາກການໃຊ້ຊັບພະຍາກອນທໍາມະຊາດມູນຄ່າ 500,000 ລ້ານໂດລາ. ຂະນະທີ່ບໍ່ໄດ້ໃຫ້ການຮັບປະກັນຄວາມໝັ້ນຄົງຢ່າງແນ່ນອນຕໍ່ອູແກຣນ ເຊິ່ງເປັນຂໍ້ຮຽກຮ້ອງສໍາຄັນທີ່ອູແກຣນຕ້ອງການ.

ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ - Visit Laos Visit SALANA BOUTIQUE HOTEL - ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ
ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ - Visit Laos Visit SALANA BOUTIQUE HOTEL - ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ

       ແຫລ່ງຂ່າວຂອງອູແກຣນຍັງເປີດເຜີຍວ່າ: ຮ່າງຂໍ້ຕົກລົງດັ່ງກ່າວມີການອ້າງເຖິງເລື່ອງຄວາມໝັ້ນຄົງ, ແຕ່ບໍ່ໄດ້ລະບຸຢ່າງຈະແຈ້ງເຖິງພັນທະກໍລະນີຂອງອາເມລິກາ ເຊິ່ງເປັນໜຶ່ງໃນຂໍ້ຮຽກຮ້ອງຂອງກຽບກ່ອນໜ້ານີ້.

      ກ່ອນໜ້ານີ້, ປະທານາທິບໍດີ ໂດນັລ ທຣໍາ ຮຽກຮ້ອງສ່ວນແບ່ງມູນຄ່າ 500,000 ລ້ານໂດລາ ຈາກແຮ່ທາດຫາຍາກຂອງອູແກຣນ ເພື່ອທົດແທນເງິນຊ່ວຍເຫລືອມະຫາສານໃນໄລຍະສົງຄາມທີ່ອູແກຣນໄດ້ຮັບຈາກອາເມລິກາ, ແຕ່ປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ປະຕິເສດ.

      ຂະນະທີ່ທ່ານ ທຣໍາ ກ່າວໃນວັນທີ 25 ກຸມພາວ່າ: ໄດ້ບັນລຸຂໍ້ຕົກລົງກັບອູແກຣນແລ້ວ ແລະ ອູແກຣນຈະໄດ້ຮັບສິດໃນການສູ້ຕໍ່ ເພື່ອແລກກັບຂໍ້ຕົກລົງດັ່ງກ່າວ.

      ທ່ານ ທຣໍາ ຍັງສະແດງຄວາມຄາດຫວັງວ່າ: ທ່ານ ເຊເລນສກີ ຈະໄປລົງນາມໃນຂໍ້ຕົກລົງຢູ່ນະຄອນຫລວງວໍຊິງຕັນໃນອາທິດນີ້ ເຊິ່ງແຫລ່ງຂ່າວໃນລັດຖະບານອູແກຣນເປີດເຜີຍວ່າ: ທ່ານ ເຊເລນສກີ ຈະເດີນທາງໄປວໍຊິງຕັນໃນວັນທີ 28 ກຸມພານີ້.

      ສ່ວນ AFP ລາຍງານຂໍ້ມູນຈາກແຫລ່ງຂ່າວຢູ່ອູແກຣນວ່າ: ຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ອາເມລິກາ ແລະ ອູແກຣນ ຮ່ວມກັນພັດທະນາຄວາມໝັ້ນຄົງຈາກແຮ່ທາດຫາຍາກ ຫລື Rare Earth ເຊິ່ງເປັນສ່ວນປະກອບສໍາຄັນທີ່ໃຊ້ໃນເຕັກໂນໂລຊີດ້ານອະວະກາດ, ລົດໄຟຟ້າ, ອຸປະກອນເອເລັກໂຕຣນິກ, ສະມາດໂຟນ ໄປຈົນເຖິງເຄື່ອງໃຊ້ໄຟຟ້າຕ່າງໆ.

       ໂດຍລາຍໄດ້ຈາກແຮ່ຫາຍາກເຫລົ່ານີ້ຈະເຂົ້າກອງທຶນທີ່ຫາກໍຈັດຕັ້ງຂຶ້ນໃໝ່ ເຊິ່ງຈະເປັນກອງທຶນຮ່ວມສໍາລັບອູແກຣນ ແລະ ອາເມລິກາ.

ອ້າງອີງ:

ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ - 5 - ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ
ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ - 4 - ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ
ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ - 3 - ອູແກຣນຕອບຮັບຂໍ້ຕົກລົງແຮ່ຫາຍາກກັບອາເມລິກາ ຫວັງວໍຊິງຕັນຊ່ວຍຮັບປະກັນຄວາມໝັ້ນຄົງ