ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ລາວ-ຈີນ

ວັນທີ 26 ກຸມພາ 2025, ພິທີເປີດໂຄງການກໍ່ສ້າງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ລະຫວ່າງ ລາວ-ຈີນ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ. ມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານນາງ ຝ່າງ ຮົງ ເອກອັກຄະລັດຖະທູດສປ ຈີນປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ລະບົບສົ່ງໄຟຟ້າອອກຕ່າງປະເທດສາມາດເຊື່ອມຕໍ່ກັບປະເທດໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ຈີນ ເຮັດໃຫ້ ສປປ ລາວ ສາມາດຊື້-ຂາຍແລກປ່ຽນພະລັງງານກັບຕ່າງປະເທດ. ໂຄງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ລາວ-ຈີນ ແມ່ນມີຄວາມສຳຄັນຫລາຍ, ນີ້ແມ່ນໂຄງການພັດທະນາອຸດສາຫະກໍາພະລັງງານທີ່ມີລັກສະນະຍຸດທະສາດ ທີ່ຖືກລະບຸໄວ້ໃນແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ (2021-2025) ຂອງ ສປປ ລາວ ເຊິ່ງຈະສ້າງເງື່ອນໄຂທີ່ເປັນທ່າແຮງທາງດ້ານເສດຖະກິດ ໂດຍສະເພາະເຊື່ອມໂຍງ ແລະ ແລກປ່ຽນພະລັງງານລະຫວ່າງ ສປປ ລາວ ກັບບັນດາແຂວງພາກໃຕ້ຂອງຈີນໃຫ້ໄດ້ຮັບການພັດທະນາແບບລະບົບ ແລະ ມີຄວາມໝັ້ນຄົງ.
ໂຄງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ລະຫວ່າງ ຈີນ-ລາວ ແມ່ນໂຄງການຍຸດທະສາດທີ່ຖືກລະບຸໄວ້ໃນ “ແຜນການດຳເນີນງານຄູ່ຮ່ວມຊາຕາກຳ ລາວ-ຈີນ”, ມີແຜນທີ່ຈະສຳເລັດການກໍ່ສ້າງແລະເລີ່ມສົ່ງໄຟຟ້າໃນປີ 2026. ຮອດເວລາດັ່ງກ່າວ, ຄວາມສາມາດໃນການແລກປ່ຽນພະລັງງານໄຟຟ້າລະຫວ່າງລາວ-ຈີນ ຄາດວ່າຈະສູງເຖິງ 1,500 ເມກາວັດ, ຂະໜາດການສົ່ງໄຟຟ້າສະອາດຕົກຢູ່ປະມານ 3 ຕື້ກິໂລວັດໂມງ ເຊິ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືດ້ານພະລັງງານລະຫວ່າງ ລາວ-ຈີນ ໃນຂອບເຂດທີ່ກວ້າງຂຶ້ນ.