ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ

- imported vehicles port - ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ
- kitchen vibe - ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ

      ລັດຖະບານສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດ ນັບແຕ່ປີ 2020 ໂດຍສິນຄ້າຊຸດທໍາອິດເດີນທາງມາຈາກປະເທດໄທ.

       ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ປຣາສາດ ມານາເກ ປະທານສະມາຄົມຜູ້ນໍາເຂົ້າລົດຂອງສີລັງກາ ກ່າວວ່າ: ລົດຊຸດທໍາອິດທີ່ນໍາເຂົ້ານັ້ນສົ່ງອອກມາຈາກໄທ ສົ່ງມອບຢູ່ທ່າເຮືອໂກລໍາໂບ ໃນວັນທີ 25 ກຸມພາຜ່ານມາ ພາຍຫລັງລັດຖະບານສີລັງກາຕັດສິນໃຈຢຸດການນໍາເຂົ້າລົດທີ່ດໍາເນີນມາ 5 ປີ ເນື່ອງຈາກບັນຫາການຂາດເຂີນເງິນສໍາຮອງສາກົນ.

- Visit Laos Visit SALANA BOUTIQUE HOTEL - ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ
- Visit Laos Visit SALANA BOUTIQUE HOTEL - ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ

      ສ່ວນລົດອີກຊຸດໜຶ່ງທີ່ນໍາເຂົ້າຈາກຍີ່ປຸ່ນ ມີກໍານົດສົ່ງມອບເຖິງທ່າເຮືອຮໍາບັນໂຕຕາໃນວັນທີ 27 ກຸມພານີ້.

      ລັດຖະບານສີລັງກາປະກາດໃນວັນທີ 31 ມັງກອນຜ່ານມາ ຍົກເລີກຄໍາສັ່ງຫ້າມນໍາເຂົ້າລົດ ເຊິ່ງມີຜົນຢ່າງເປັນທາງການມາແຕ່ຕົ້ນປີ 2020 ໂດຍໜຶ່ງໃນເຫດຜົນຕົ້ນຕໍທີ່ລັດຖະບານຕັດສິນໃຈຢຸດການນໍາເຂົ້າດັ່ງກ່າວ ຄືການເພີ່ມລາຍໄດ້ຂອງລັດ ແລະ ບັນລຸເປົ້າໝາຍພາສີ 15% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ເຊິ່ງເປັນໜຶ່ງໃນເງື່ອນໄຂຂອງຂໍ້ຕົກລົງເງິນຊ່ວຍເຫລືອຈາກກອງທຶນການເງິນສາກົນ (IMF).

      ຂະນະທີ່ປະທານາທິບໍດີ ອານຸຣາ ກຸມາຣາ ດິສນາຢາເກ ຜູ້ນໍາສີລັງກາ ເປີດເຜີຍວ່າ: ການເປີດເສລີການນໍາເຂົ້າລົດຄາດວ່າຈະຊ່ວຍສ້າງລາຍໄດ້ຈໍານວນຫລາຍໃຫ້ລັດຖະບານ. ພ້ອມເນັ້ນວ່າ: ຈະມີການຕິດຕາມການນໍາເຂົ້າລົດຢ່າງໃກ້ຊິດ ເພື່ອປ້ອງກັນຜົນກະທົບດ້ານລົບຕໍ່ສະຖຽນລະພາບຂອງເສດຖະກິດພາຍນອກປະເທດ.

- 4 - ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ
- 5 - ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ
- 3 - ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ