ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ

- 481777528 1198907051922749 7819889293595518112 n - ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ
- kitchen vibe - ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ

ວັນທີ 27 ກຸມພາ 2025 ນີ້ ໃນໂອກາດເຂົ້າຮ່ວມ ພິທີສະເຫລີມສະຫລອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຄົບຮອບ 30 ປີ (27 ກຸມພາ 1995 – 27 ກຸມພາ 2025) ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າສູນ ກາງພັກ ກ່າວສະແດງຊົມເຊີຍຕໍ່ຜົນສຳເລັດດ້ານຕ່າງໆຂອງ ສມປຊ ປະຕິບັດໄດ້ໃນຜ່ານມາ ແລະ ໄດ້ເນັ້ນບາງວຽກງານສຳຄັນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມອີກເຊັ່ນ:

  1. ປ່ຽນແປງໃໝ່ຢ່າງເລິກເຊິ່ງຮອບດ້ານວຽກງານກໍ່ສ້າງ, ບໍາລຸງ ພະນັກງານ ຕາມທິດນໍາທີ່ວ່າ “ເອົາຜູ້ຮຽນເປັນໃຈກາງ, ໂຮງຮຽນເປັນພື້ນຖານ, ຄູ-ອາຈານເປັນແຮງພັກດັນ” ຊຶ່ງຕ້ອງເດັດດ່ຽວແກ້ໄຂສະພາບການຄ້ານຮຽນ, ບໍ່ຢາກຮຽນທິດສະດີ, ຮຽນແບບຜິວເຜີນ, ພໍແຕ່ແລ້ວ; ໃຫ້ຄວາມສໍາຄັນວຽກງານສຶກສາອົບຮົມດ້ານການເມືອງແນວຄິດ, ຍົກລະດັບຄຸນສົມບັດສິນທໍາປະຕິວັດ, ອຸດົມການ, ລະດັບ, ຄວາມສາມາດການນໍາພາ-ຄຸ້ມຄອງ ໃຫ້ແກ່ຜູ້ຮຽນ; ເອົາທິດສະດີຕິດພັນກັບພຶດຕິກຳ, ການບໍາລຸງ, ກໍ່ສ້າງພະນັກງານ ຢູ່ສະຖາບັນ ຕ້ອງຕິດພັນກັບການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ, ສ້າງໃຫ້ໄດ້ແຫຼ່ງ ພະນັກງານການນໍາພາ, ຄຸ້ມຄອງທີ່ມີຄວາມຮູ້ຄວາມສາມາດ.
  2. ສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ ວຽກງານຄົ້ນຄວ້າວິທະຍສາດ, ປະສານສົມທົບຢ່າງສະໜິດແໜ້ນ ລະຫວ່າງ ຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ. ທິດສະດີ ມີບົດບາດສໍາຄັນທີ່ສຸດ ຕໍ່ກັບການພັດທະນາໃນຍຸກສະໄໝໃໝ່ ຊຶ່ງຕ້ອງຮັບຮູ້ເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການສູງສຸດ ຂອງການຄົ້ນຄວ້າວິທະຍາສາດ, ຄົ້ນຄວ້າທິດສະດີ ທີ່ສະຖາບັນຕ້ອງບັນລຸ ແມ່ນປັບປຸງບັນດາສະຖາບັນ, ໂຮງຮຽນການເມືອງ-ການປົກຄອງ ໃຫ້ມີຈຸດສຸມທາງດ້ານການຄົ້ນຄວ້າ, ວິໄຈ ເພື່ອໃຫ້ສາມາດນໍາເຂົ້າສູ່ການນຳໃຊ້ ຢ່າງມີປະສິດທິພາບ, ປະສິດທິຜົນ ຢ່າງແທ້ຈິງ ແລະ ທັນຍຸກທັນສະໄໝ.
  3. ຕ້ອງເດັດດ່ຽວສ້າງສະຖາບັນໃຫ້ກາຍເປັນຕົວແບບໃນວຽກງານສ້າງຕັ້ງພັກ, ເປັນຕົວແບບໃນການຮັກສາລະບຽບວິໄນຂອງໂຮງຮຽນ, ລະບຽບວິໄນໃນການຮຽນ “ສອນດີສອນເກັ່ງ, ນັກຮຽນເກັ່ງວິໄນດີ”, ສ້າງໃຫ້ສະຖາບັນກາຍເປັນບ່ອນ “ບົ່ມເຜາະອຸດົມການອັນດີງາມຂອງນັກກອມມູນິດ, ເປັນເບົ້າຫຼອມເຫຼັກກ້າຂອງພັກ”.
  4. ສໍາລັບບັນດາສະຫາຍນັກສຶກສາ ທີ່ມາຮຽນຢູ່ສະຖາບັນ ຕ້ອງເຊື່ອມຊຶມ ແລະ ໜ້າທີ່ການເມືອງຂອງພວກສະຫາຍ, ພວກສະຫາຍຕ້ອງຮັບຮູ້ໄດ້ ເຖິງຄວາມຮັບຜິດຊອບ ແລະ ໜ້າທີ່ ຂອງຕົນເອງ ຕໍ່ພັກ, ຕໍ່ລັດ ແລະ ປະຊາຊົນ; ຮູ້ໄດ້ຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດ, ການກໍ່ ສ້າງພັກ ໃຫ້ປອດໃສເຂັ້ມແຂງ ໜັກ ແໜ້ນ, ສ້າງໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
- 481260481 1198907198589401 6365011906737586094 n 1024x682 - ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ

ນັບແຕ່ມື້ສ້າງຕັ້ງແຕ່ປີ 1995 ມາເຖິງປັດຈຸບັນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ສ້າງ ແລະ ມີການປັບປຸງຫລັກສູດໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງໃນແຕ່ລະໄລຍະ, ການຈັດຕັ້ງປະຕິ ບັດຫລັກສູດການຮຽນ-ການສອນ ໃນຕະຫລອດໄລຍະ 30 ປີທີ່ຜ່ານມາ ສາມາດຈັດຕັ້ງປະຕິບັດຫລັກ ສູດການຮຽນ-ການສອນລະບົບຕ່າງໆ ສັງລວມໂດຍສັງເຂບ ໄດ້ຄື: ຝຶກອົບຮົມໄລຍະສັ້ນ ຕາມຫົວຂໍ້ສະເພາະໄດ້ທັງໝົດ 699 ຄົນ ຍິງ 88 ຄົນ, ບໍາລຸງທິດສະດີການເມືອງຂັ້ນກາງໄດ້ 236 ຄົນ ຍິງ 95 ຄົນ, ທິດສະດີຂັ້ນສູງ 5 ເດືອນ ສຳເລັດ ຈຳນວນ 31 ຊຸດ ມີຜູ້ເຂົ້າຮຽນ 2,033 ຄົນ ຍິງ 311 ຄົນ, ບຳລຸງທິດສະດີການເມືອງຂັ້ນສູງລະບົບ 9 ເດືອນຈຳນວນ 7 ຊຸດມີຜູ້ເຂົ້າຮຽນ 386 ຄົນ ຍິງ 92 ຄົນ.

- Visit Laos Visit SALANA BOUTIQUE HOTEL - ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ
- Visit Laos Visit SALANA BOUTIQUE HOTEL - ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ
- 3 - ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ
- 4 - ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ
- 5 - ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ