ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ

- 222 11 - ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ
- kitchen vibe - ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ

      AIREC ຫຸ່ນຍົນພະລັງປັນຍາປະດິດ (AI) ຮູບຮ່າງຄືມະນຸດ ໜັກ 150 ກິໂລ ໄດ້ກາຍມາເປັນຕົ້ນແບບຂອງຜູ້ເບິ່ງແຍງໃນອະນາຄົດ ເພື່ອຮັບມືຈໍານວນປະຊາກອນອາຍຸສູງທີ່ເພີ່ມຂຶ້ນຢ່າງວ່ອງໄວ ແລະ ສະພາບຂາດເຂີນບຸກຄະລາກອນເບິ່ງແຍງຜູ້ອາຍຸສູງຢູ່ຍີ່ປຸ່ນ.

      ເມື່ອບໍ່ດົນມານີ້, ຢູ່ນະຄອນຫລວງໂຕກຽວ AIREC ໄດ້ກົ້ມລົງໄປຫາຜູ້ຊາຍທີ່ນອນຫງາຍຢູ່ ແລ້ວຄ່ອຍໆວາງມືເບື້ອງໜຶ່ງຢູ່ຫົວເຂົ່າ ແລະ ອີກເບື້ອງໜຶ່ງຢູ່ບາໄຫລ່ ກ່ອນຈະພິກລາວໃຫ້ນອນແຄງ ເຊິ່ງເປັນທ່າທີ່ໃຊ້ໃນການປ່ຽນຜ້າອ້ອມ ຫລື ປ້ອງກັນບາດແຜກົດທັບໃນຜູ້ອາຍຸສູງ.

- Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ
- Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ

       ທ່ານ ຊິເງກິ ຊູກາໂນ ສາສະດາຈານຈາກມະຫາວິທະຍາໄລວາເຊດະ ເຊິ່ງເປັນຜູ້ນໍາການວິໄຈ AIREC ທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານກ່າວວ່າ: ໃນສັງຄົມທີ່ມີຜູ້ອາຍຸສູງເພີ່ມຂຶ້ນ ແລະ ເດັກເກີດໃໝ່ຫລຸດລົງແບບນີ້ ພວກເຮົາຈໍາເປັນຕ້ອງອາໄສຫຸ່ນຍົນມາຊ່ວຍໃນການເບິ່ງແຍງທາງການແພດ, ເບິ່ງແຍງຜູ້ອາຍຸສູງ ແລະ ໃນຊີວິດປະຈໍາວັນ.

       ສໍານັກຂ່າວຣອຍເຕີລາຍງານວ່າ: ຍີ່ປຸ່ນເປັນປະເທດທີ່ມີສັງຄົມຜູ້ອາຍຸສູງຫລາຍທີ່ສຸດໃນໂລກ, ອັດຕາການເກີດຫລຸດລົງຕໍ່ເນື່ອງ, ປະຊາກອນໄວເຮັດວຽກຫລຸດລົງ ອີກທັງຍັງມີນະໂຍບາຍການເຂົ້າເມືອງທີ່ເຂັ້ມງວດ.

       ປະຊາກອນກຸ່ມເບບີ້ບູມເມີ ຫລື ຄົນທີ່ເກີດໃນປີ 1947-1949 ເຊິ່ງເປັນໄລຍະທີ່ມີເດັກເກີດພ້ອມກັນຈໍານວນຫລາຍຫລັງສົງຄາມ ຕອນນີ້ທຸກຄົນອາຍຸ 78 ປີໝົດແລ້ວ ເຮັດໃຫ້ບັນຫາຂາດເຂີນຄົນເບິ່ງແຍງຜູ້ອາຍຸສູງຍິ່ງຮຸນແຮງຂຶ້ນ.

      ຂໍ້ມູນຈາກກະຊວງສາທາລະນະສຸກຂອງຍີ່ປຸ່ນໃນວັນທີ 27 ກຸມພາ ລະບຸວ່າ: ຈໍານວນເດັກທີ່ເກີດໃນປີ 2024 ຫລຸດລົງເປັນປີທີ 9 ຕິດຕໍ່ກັນ ໂດຍຫລຸດລົງ 5% ສູ່ລະດັບ 720,988 ຄົນ ເຊິ່ງຖືເປັນລະດັບຕໍ່າສຸດເປັນປະຫວັດສາດ.

       ຂະນະດຽວກັນ, ຂະແໜງພະຍາບານກໍາລັງປະສົບບັນຫາໜັກ ມີຜູ້ສະໝັກພຽງຄົນດຽວຕໍ່ຕໍາແໜ່ງວຽກວ່າງ 4.25 ຕໍາແໜ່ງໃນເດືອນທັນວາ ເຊິ່ງຮ້າຍແຮງກວ່າອັດຕາສ່ວນວຽກຕໍ່ຜູ້ສະໝັກໂດຍລວມຂອງປະເທດ 1.22 ຕາມຂໍ້ມູນຂອງລັດຖະບານ.

- 4 - ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ
- 5 - ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ
- 3 - ຍີ່ປຸ່ນຫວັງອາໄສຫຸ່ນຍົນ AI ຮັບມືວິກິດຂາດເຂີນບຸກຄະລາກອນເບິ່ງແຍ່ງຜູ້ອາຍຸສູງ